ນາງດຣເຈີນຮ່າລຽນເຟືອງຂອງຫວຽດນາມໄດ້ຮັບລາງວັນ“ນັກວິທະຍາສາດຫນຸ່ມເກັ່ງກ້າສາມາດຂອງໂລກ”
19/03/2015 10:21
(vovworld)- ທ່ານນາງດຣ ເຈີນຮ່າລຽນເຟືອງ ຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈິມີນ ເປັນກຽດຫາກໍຮັບລາງວັນ

ດຣ ເຈີນຮ່າລຽນເຟືອງ ພາບ: vietq.vn (vovworld)- ດຣ ເຈີນຮ່າລຽນເຟືອງ ຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈິມີນ ເປັນກຽດຫາກໍຮັບລາງວັນ “ນັກວິທະຍາສາດຫນຸ່ມເກັ່ງກ້າສາມາດຂອງໂລກ” ໂດຍກອງທຶນ L’Oreal- UNESSCO ມອບໃຫ້ ຍ້ອນໄດ້ມີການພົບເຫັນໃນວິທີປິ່ນປົວພະຍາດໂລກມະເຮັງ. ນີ້ເປັນຄັ້ງທຳອິດ ນັກວິທະຍາສາດຍິງຂອງຫວຽດນາມ ເປັນກຽດໄດ້ຮັບລາງວັນດັ່ງກ່າວ. ດຣ ເຈີນຮ່າລຽນເຟືອງ ແມ່ນຫນຶ່ງໃນນັກວິທະຍາສາດຍິງ 15 ຄົນ ໂດຍ ສະພາກວດສອບ ລວມມີ ນັກວິທະຍາສາດສາກົນມີຊື່ສຽງ 12 ທ່ານ ຄັດເລືອກຈາກ ນັກວິທະຍາສາດຂອງໂລກ 236 ຄົນເພື່ອມອບລາງວັນ. ເມື່ອແລກປ່ຽນກັບນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳ ຝລັ່ງ, ດຣ ເຈີນຮ່າລຽນເຟືອງ ໃຫ້ຮູ້ວ່າ: ລາງວັນນີ້ແມ່ນການລະດົມນັບທັງດ້ານວັດຖຸແລະຈິດໃຈທີ່ສຳຄັນເພື່ອໃຫ້ຂ້າພະເຈົ້າພ້ອມກັບເພື່ອນຮ່ວມງານ ຊຸກຍູ້ກິດຈະກຳຄົ້ນຄ້ວາໃຫ້ບັນລຸໝາກຜົນສູງກວ່າ.
TAG
vovworld/ນັກວິທະຍາສາດ
Related





