ນຳການພົວພັນ ຫວຽດນາມ - ຈີນ ໃຫ້ຂຶ້ນສູ່ລະດັບສູງໃໝ່
13/04/2026 09:14
[VOVWORLD] - ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ບັນດາມາດຕະການແກ້ໄຂບັນຫາທີ່ຍັງມີຄວາມແຕກຕ່າງກັນ, ຂໍ້ຕິດຂັດຈຳນວນໜຶ່ງ

13.4-fm_sang-2-dua_quan_he-anh_2.jpg ທ່ານ ຫງວຽນມິນວູ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ) ກ່ອນການເດີນທາງໄປຢ້ຽມຢາມທາງລັດຖະກິດປະເທດ ສປ.ຈີນ ແຕ່ວັນທີ 14 – 17 ເມສາ ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ. ທ່ານ ຫງວຽນມິນວູ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕອບສຳພາດຕໍ່ສື່ມວນຊົນ. ກ່ຽວກັບການຢ້ຽມຢາມຄັ້ງນີ້, ທ່ານຮອງລັດຖະມົນຕີ ຫງວຽນມິນວູ ເນັ້ນໜັກວ່າ, ການຢ້ຽມຢາມແມ່ນໂອກາດສຳຄັນເພື່ອຍົກລະດັບຄວາມຕິດພັນຍຸດທະສາດ ແລະ ກຳນົດຄວາມສູງໃໝ່ໃຫ້ແກ່ການພົວພັນ 2 ພັກ, 2 ລັດ. ການນຳສູງສຸດຂອງ 2 ປະເທດຈະພ້ອມກັນກຳນົດບັນດາການກຳນົດທິດໃຫຍ່, ບຸກທະລຸໃນການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ ແລະ ທ່ອງທ່ຽວ… ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ບັນດາມາດຕະການແກ້ໄຂບັນຫາທີ່ຍັງມີຄວາມແຕກຕ່າງກັນ, ຂໍ້ຕິດຂັດຈຳນວນໜຶ່ງ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ ແລະ ການຮ່ວມມືທ້ອງຖິ່ນ, ຈາກນັ້ນ ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບມີສະຖຽນລະພາບ, ຍືນຍົງ, ຕັ້ງໜ້າປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ ແລະ ໃນໂລກ.
TAG
VOV/VOVWORLD/ໄວ້ເນື້ອເຊື່ອໃຈ/ການເມືອງ/ຊຸກຍູ້/ມາດຕະການ
Related





