ນຳການພົວພັນລະຫວ່າງຫວຽດນາມ-ໄທຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ
26/06/2013 08:41
(vovworld)- ຕອນບ່າຍວັນທີ 25/6, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນການພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ມີການເຈລະຈາກັບ ທ່ານນາງ ຍີ່ງລັກ ຊີນະວັດ
(vovworld)- ຕອນບ່າຍວັນທີ 25/6, ໃນຂອບເຂດການຢ້ຽມຢາມລາຊະອານາຈັກໄທຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນການພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ມີການເຈລະຈາກັບ ທ່ານນາງ ຍີ່ງລັກ ຊີນະວັດ ນາຍົກລັດຖະມົນຕີໄທ. ທີ່ການເຈລະຈາ, ການນຳສອງທ່ານໄດ້ເຫັນດີສ້າງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ໄທ, ໄທ - ຫວຽດນາມ ດ້ວຍ 5 ເສົາຄ້ຳຕົ້ນຕໍ ຄື: ການພົວພັນດ້ານການເມືອງ, ການຮ່ວມມືປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຮ່ວມມືເສດຖະກິດ, ການຮ່ວມມືດ້ານວັດທະນະທຳສັງຄົມ, ການຮ່ວມມືພາກພື້ນ ແລະ ສາກົນ. ການນຳສອງທ່ານໄດ້ເປັນເອກະພາບກ່ຽວກັບການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນເປັນປະຈຳກວ່າ. ໃນນັ້ນ ຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືລະຫວ່າງສອງພັກກຳອຳນາດ, ລະຫວ່າງສະພາແຫ່ງຊາດສອງປະເທດ.ສອງຝ່າຍໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືເສດຖະກິດ, ເພີ່ມວົງເງິນການຄ້າສອງສົ້ນໃນແຕ່ລະປີໃຫ້ຂຶ້ນເຖິງ 20% ເພື່ອບັນລຸຄາດໝາຍ 15 ຕື້ USD ໃນປີ 2020; ຊຸກຍູ້ການລົງນາມ ແລະ ຜັນຂະຫຍາຍຂໍ້ຕົກລົງຮ່ວມມືກ່ຽວກັບແຮງງານໂດຍໄວ, ເພີ່ມທະວີການເຊື່ອມຕໍ່ຄົມມະນາຄົມຕາມແລວເສດຖະກິດຕາເວັນອອກ ຕາເວັນຕົກ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນໄທ, ສົ່ງເສີມບັນດາວິສາຫະກິດໄທລົງທຶນເຂົ້າເຂດອຸດສາຫະກຳສຳຮອງ, ນ້ຳມັນອາຍແກສ, ສຳຫລວດ ແລະ ຂຸດຄົ້ນນ້ຳມັນອາຍແກສ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານນາງນາຍົກລັດຖະມົນຕີໄທ ຍີ່ງລັກ ຊີນະວັດ ໄດ້ເນັ້ນຫນັກວ່າ: ຫວຽດນາມ, ໄທ ແລະ ບັນດາປະເທດສະມາຊິກ ອາຊຽນ ຄວນສືບຕໍ່ເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມື, ຮັກສາບົດບາດໃຈກາງຂອງອາຊຽນໃນໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ, ສ້າງປະຊາຄົມອາຊຽນສາມັກຄີ, ເຂັ້ມແຂງໃຫ້ສຳເລັດໃນປີ 2015, ປະກອບສ່ວນຢ່າງຕັ້ງຫນ້າເພື່ອ ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະໃນໂລກ. ການນຳທັງສອງທ່ານສະແດງຄວາມວິຕົກກັງວົຍກ່່ຽວກັບບັນດາການຜັນແປຢ່າງສັບສົນໃນໄລຍະມໍ່ໆມານີ້ຢູ່ທະເລຕາເວັນອອກ, ປາດຖະຫນາວ່າ ບັນດາຝ່າຍກ່ຽວຂ້ອງແກ້ໄຂການພິພາດໂດຍສັນຕິວິທີ ບົນພື້ນຖານປະຕິບັດຕາມກົດໝາຍສາກົນ. ທີ່ການປະຊຸມຂ່າວຫລັງການເຈລະຈາ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານນາງນາຍົກລັດຖະມົນຕີໄທ ຍີ່ງລັກ ຊີນະວັດ ໄດ້ອອກຖະແຫລງການຢ່າງເປັນທາງການກ່ຽວກັບການສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ໄທ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢືນຢັນວ່າ:
Related






