VOV WorldVOV World
ງານມະຫາກຳສາກົນມວຍພື້ນເມືອງຫວຽດນາມປີ2014
02/08/2014 09:26
(vovworld)- ງານ​ມະຫາ​ກຳ​ສາກົນ​ມວຍ​ພື້ນ​ເມືອງ​ຫວຽດນາມ ຄັ້ງ​ທີ 5, ​ບີ​ງດີ້ງປີ 2014 ພາຍ​ໃຕ້​ຫົວ​ເລື່ອງ​ວ່າ: ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມວຍ​ພື້ນ​ເມືອງ​ຫວຽດນາມ” ຖືກ​ໄຂ​ຂຶ້ນ​​ໃນ​ຕອນຄຳ່​ວັນ​ທີ 1/8
ງານມະຫາກຳສາກົນມວຍພື້ນເມືອງຫວຽດນາມປີ2014
ພິທີໄຂງານມະຫາກຳ​ສາກົນ​​ມວຍພື້ນເມືອງ​ຫວຽດນາມ ຄັ້ງ​ທີ 5 (vovworld)- ງານ​ມະຫາ​ກຳ​ສາກົນ​ມວຍ​ພື້ນ​ເມືອງ​ຫວຽດນາມ ຄັ້ງ​ທີ 5, ​ບີ​ງດີ້ງປີ 2014 ພາຍ​ໃຕ້​ຫົວ​ເລື່ອງ​ວ່າ: ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມວຍ​ພື້ນ​ເມືອງ​ຫວຽດນາມ” ຖືກ​ໄຂ​ຂຶ້ນ​​ໃນ​ຕອນຄຳ່​ວັນ​ທີ 1/8 ຢູ່ ນະຄອນ ກູ​ຍ​ເຍີນ ​ແຂວງ ບີ​ງດີ້​ງ. ​ເຂົ້າ​ຮ່ວມ​ງາ​ນມະຫານ​ກຳ​ຄັ້ງ​ນີ້ ມີ​ຄະນະ​ນັກ​ມວຍ 60 ຄະນະ ມາ​ຈາກ 23 ປະ​ເທດ ​ແລະ ​ເຂດ​ແຄ້ວນ ພ້ອມ​ດ້ວຍ 63 ຄະນະ​ນັກ​ມວຍ​ພື້ນ​ເມືອງ​ຂອງ​ຫວຽດນາມ ດ້ວຍ​ນັກ​ມວຍ 1500 ຄົນ. ກ່າວ​ຄຳ​ເຫັນ​ໄຂ​ງານ​ມະຫາ​ກຳ​ດັ່ງກ່າວ, ທ່ານ ຮ່ວາງ​ຕວນ​ແອ​ງ, ລັດຖະມົນຕີ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ: ງານ​ມະຫາ​ກຳ​ຄັ້ງ​ນີ້ ​ແມ່ນ​ໂອກາດ​ເຊື່ອມ​ຕໍ່ ລະຫວ່າງ​ແຂວງ ບີ​ງດີ້​ງ ກັບ​ບັນດາ​ນັກ​ລົງທຶນ, ກໍ​ຄື​​ເພື່ອນ​ມິດພາຍ​ໃນ ​ແລະ ຕ່າງປະ​ເທດ​, ​ເປີດ​ກວ້າງ​ໄລຍະ​ໃຫມ່​ໃນ​ການ​ຮ່ວມ​ມື​ພັດທະນາ, ​ເປັນ​ຕົ້ນ​ແມ່ນ​ຂົງ​ເຂດ​ເສດ​ຖະກິດ ວັດທະນະທຳ ​ແລະ ທ່ອງ​ທ່ຽວ.        
TAG
vovworld/ພື້ນເມືອງ/ມວຍ