ນັກປັນຍາຊົນໜຸ່ມຮ່ວມມືຄົ້ນຄ້ວາວິທະຍາສາດໃນຂົງເຂດເສດຖະກິດແລະສິ່ງແວດລ້ອມ
12/02/2014 08:17
2 ຝ່າຍສົມທົບກັນສ້າງຕັ້ງກຸ່ມຄົ້ນຄ້ວາເສດຖະກິດ ແລະ ສິ່ງແວດລ້ອມເພື່ອຜັນຂະຫຍາຍການປະຕິບັດບັນດາຫົວເລື່ອງ, ໂຄງການຄົ້ນຄ້ວາວິທະຍາສາດ...

ພາບປະກອບ (vovworld) – ຕອນບ່າຍວັນທີ 11/2, ສູນພັດທະນາວິທະຍາສາດ ແລະ ເຕັກໂນໂລຢີໜຸ່ມຂຶ້ນກັບຄະນະຊາວໜຸ່ມນະຄອນ ໂຮຈີມິນ ແລະ ສູນຄົ້ນຄ້ວາເສດຖະກິດຄຸ້ມຄອງສິ່ງແວດລ້ອມ ຫວຽດນາມ ໄດ້ເຊັນສັນຍາຮ່ວມມືພັດທະນາການເຄື່ອນໄຫວສຶກສາ, ບຳລຸງສ້າງ, ຄົ້ນຄ້ວາວິທະຍາສາດໃນຂົງເຂດເສດຖະກິດ ແລະ ສິ່ງແວດລ້ອມ ສຳລັບຖັນແຖວນັກປັນຍາຊົນວິທະຍາສາດໜຸ່ມ. ຕາມນັ້ນແລ້ວ, 2 ຝ່າຍສົມທົບກັນສ້າງຕັ້ງກຸ່ມຄົ້ນຄ້ວາເສດຖະກິດ ແລະ ສິ່ງແວດລ້ອມເພື່ອຜັນຂະຫຍາຍການປະຕິບັດບັນດາຫົວເລື່ອງ, ໂຄງການຄົ້ນຄ້ວາວິທະຍາສາດ... ພ້ອມກັນນັ້ນ, ບັນດານັກຄົ້ນຄ້ວາ ແລະ ບັນດານັກວິທະຍາສາດຂອງສູນຄົ້ນຄ້ວາເສດຖະກິດຄຸ້ມຄອງສິ່ງແວດລ້ອມ ຫວຽດນາມ ກໍ່ຈະເຂົ້າຮ່ວມການຄົ້ນຄ້ວາ ແລະ ແນະນຳໃຫ້ນັກສຶກສາ, ຄູອາຈານໜຸ່ມຂອງສູນພັດທະນາວິທະຍາສາດ ແລະ ເຕັກໂນໂລຢີໜຸ່ມ. ທ່ານດ່ວານກິມແທ່ງ, ຜູ້ອຳນວຍການສູນພັດທະນາວິທະຍາສາດ ເຕັກໂນໂລຢີໜຸ່ມ, ໃຫ້ຮູ້ວ່າ:
TAG
vovworld/vov/ສູນພັດທະນາວິທະຍາສາດ
Related





