ຍີ່ປຸ່ນຕັ້ງຊື່ໃຫ້ແກ່ເກາະ158ຫນ່ວຍຢູ່ທະເລຮົວຕູງ
02/08/2014 09:55
(vovworld)- ວັນທີ 1/8, ລັດຖະບານ ຍີ່ປຸ່ນ ໄດ້ຕັ້ງຊື່ໃຫ້ເກາະນ້ອຍ 158 ຫນ່ວຍ ຢູ່ທະເລ ຮົວຕຸງ ເພື່ອຖະແຫລງອະທິປະໄຕຂອງ ໂຕກຽວ ຢູ່ເຂດທະເລນີ້

Senkaku/ ຝ່າຍຈີນເອີ້ນວ່າ ຕ້ຽວອີ້ photo:Reuters (vovworld)- ວັນທີ 1/8, ລັດຖະບານ ຍີ່ປຸ່ນ ໄດ້ຕັ້ງຊື່ໃຫ້ເກາະນ້ອຍ 158 ຫນ່ວຍ ຢູ່ທະເລ ຮົວຕຸງ ເພື່ອຖະແຫລງອະທິປະໄຕຂອງ ໂຕກຽວ ຢູ່ເຂດທະເລນີ້. ຊື່ຂອງເກາະ 158 ຫນ່ວຍ ຈະປະກາດສື່ອອນໄລຂອງລັດຖະບານ ກ່ຽວກັບນະໂຍບາຍທະເລ ພ້ອມທັງ ຈະພິມຢູ່ບັນດາແຜນທີ່ ແລະ ແຜນທີ່ທະເລໃຫມ່. ບັນດາເກາະນ້ອຍນີ້ລ້ວນແຕ່ນອນໃນເຂດເສດຖະກິດຈຳເພາະຂອງ ຍີ່ປຸ່ນ ແລະ ເລື່ອງຕັ້ງຊື່ບໍ່ເຮັດໃຫ້ເສັ້ນຊາຍແດນທາງທະເລປ່ຽນແປງ. ໃນຈຳນວນບັນດາເກາະເຫລົ່ານັ້ນ ມີ ເກາະ 5 ຫນ່ວຍແມ່ນຂຶ້ນກັບເກາະ Senkaku/ ຝ່າຍຈີນເອີ້ນວ່າ ຕ້ຽວອີ້ ຊື່ງຍີ່ປຸ່ນ ແລະ ຈີນ ລ້ວນແຕ່ຖະແຫລງອະທິປະໄຕ.
TAG
vovworld/ຕ້ຽວອີ້
Related






