ຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາປະຊາຊົນ
16/04/2015 08:27
(vovworld)- ສືບຕໍ່ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ, ວັນທີ 16/4 ບັນດາຜູ້ແທນ

ທ່ານປະທານສະພາແຫ່ງຊາດຫງວຽນຊີງຮຸ່ງກ່າວຄຳເຫັນ ທີ່ກອງປະຊຸມ ພາບ:bacgiang.org.vn (vovworld)- ສືບຕໍ່ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ, ວັນທີ 16/4 ບັນດາຜູ້ແທນ ໄດ້ສະຫງວນເວລາມື້ຫນຶ່ງເພື່ອປະກອບຄຳເຫັນໃສ່ຮ່າງກົດໝາຍຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ. ວາລະປຶກສາຫາລື ຖືກຖ່າຍທອດສົດທາງໂທລະພາບເຖິງ 63 ແຂວງ, ນະຄອນໃນທົ່ວປະເທດ. ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍໃນຕອນເຊົ້າວັນທີ 16/4, ຄຳເຫັນຂອງຜູ້ຕາງຫນ້າປະຈຳສະພາປະຊາຊົນຢູ່ບັນດາທ້ອງຖິ່ນ ສ່ວນຫລາຍມີຄວາມເປັນເອກະພາບຕໍ່ວິທີການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ, ຊື່ງລວມມີ ສະພາປະຊາຊົນ ແລະຄະນະກຳມະການປະຊາຊົນຢູ່ ຫົວຫນ່ວຍບໍລິຫານທັງໝົດ. ຜ່ານການປຶກສາຫາລື, ບັນດາຜູ້ແທນສະເຫນີ ຄວນຮັກສາຮູບແບບ ອຳນາດການປົກຄອງທ້ອງຖິ່ນຄືປະຈຸບັນ, ແຕ່ ຖືວ່າ ຮ່າງກົດໝາຍຄວນມີບັນດາຂໍ້ກຳນົດເພື່ອຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາປະຊາຊົນຈາກກົນໄກ, ນະໂຍບາຍຕະຫລອດຮອດການຈັດຕັ້ງກົງຈັກ ແລະ ການເຄື່ອນໄຫວ, ພ້ອມທັງມີການດັດປັບຫນ້າທີ່, ສິດອຳນາດຂອງອຳນາດການປົກຄອງທ້ອງຖິ່ນຢູ່ບັນດາຫົວຫນ່ວຍບໍລິຫານໃຫ້ເໝາະສົມກັບຈຸດພິເສດຂອງຊົນນະບົດ ແລະ ຕົວເມືອງ.
TAG
vovworld/ສະມາຊິກສະພາແຫ່ງຊາດ
Related






