ຍູ້ແຮງການປະຕິຮູບລະບຽບການບໍລິຫານໃນຂົງເຂດຕຸລາການ
25/12/2014 10:02
(vovworld)- ຕອນເຊົ້າວັນທີ 25/12, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບກະຊວງຍຸຕິທຳກ່ຽວກັບວຽກງານປະຕິຮູບ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບກະຊວງຍຸຕິທຳ ພາບ:vov (vovworld)- ຕອນເຊົ້າວັນທີ 25/12, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບກະຊວງຍຸຕິທຳກ່ຽວກັບວຽກງານປະຕິຮູບລະບຽບການບໍລິຫານຂຶ້ນກັບຂົງເຂດຄຸ້ມຄອງຂອງກະຊວງນີ້. ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ປີ 2015 ຄວນສືບຕໍ່ຖືວຽກງານປະຕິຮູບລະບຽບການບໍລິຫານເປັນຈຸດສຸມ, ບຸກທະລຸໃນການພັດທະນາເສດຖະກິດສັງຄົມ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ. ກະຊວງຍຸຕິທຳ ຄວນກວດກາຢ່າງແຫນ້ນແຟ້ນລະບຽບການບໍລິຫານກັບບົດບາດກວດກາຢັ້ງຢືນ, ກວດກາບັນດາເອກະສານນິຕິກຳ ພ້ອມທັງສົມທົບຢ່າງແຫນ້ນແຟ້ນກັບບັນດາກະຊວງ, ຂະແຫນງການ ເພື່ອປະຕິບັດວຽກງານນີ້ຢ່າງມີປະສິດທິຜົນ.
TAG
vovworld/ບໍລິຫານ
Related






