ໂຄສະນາບັນດາຄຸນຄ່າດ້ານວັນນະຄະດີຫວຽດນາມໃຫ້ເພື່ອນມິດສາກົນ
03/03/2015 12:17
(vovworld)- ໃນຂອບເຂດ “ວັນກາບກອນຫວຽດນາມ 2015 ”, ຕອນເຊົ້າວັນທີ 3/3, ກອງປະຊຸມສຳມະນາ “ ກາບກອນຫວຽດນາມ....

ກອງປະຊຸມສຳມະນາ “ ກາບກອນຫວຽດນາມ - ແຫ່ງເຕົ້າໂຮມຈິດວິນຍານຫວຽດນາມ” ໄດ້ຖືກຈັດຂຶ້ນຢູ່ຮ່າໂນ້ຍ (vovworld)- ໃນຂອບເຂດ “ວັນກາບກອນຫວຽດນາມ 2015 ”, ຕອນເຊົ້າວັນທີ 3/3, ກອງປະຊຸມສຳມະນາ “ ກາບກອນຫວຽດນາມ - ແຫ່ງເຕົ້າໂຮມຈິດວິນຍານຫວຽດນາມ” ໄດ້ຖືກຈັດຂຶ້ນຢູ່ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງບັນດານັກກະວີຢູ່ພາຍໃນປະເທດ ແລະ ຜູ້ແທນສາກົນ 150 ຄົນ ຊຶ່ງເປັນບັນດານັກກະວີ, ນັກປະພັນວັນນະຄະດີ, ນັກແປພາສາ, ບັນດາສາດສະດາຈານທີ່ມາຈາກເກືອບ 40 ປະເທດໃນໂລກ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ນັກກະວີ ເຈີນຍ້ວນມິນ ສັງກັດຄະນະຈັດຕັ້ງ ໃຫ້ຮູ້ວາ : “ ວັນນະຄະດີຫວຽດນາມດ້ວຍບັນດາຜົນງານທີ່ດີເດັ່ນທີ່ສຸດ, ໃນນັ້ນມີບັນດາຜົນງານທີ່ອາດເວົ້າໄດ້ວ່າ ທຽບເທົ່າກັບບັນດາປະເທດໃຫຍ່ໃນໂລກ, ແຕ່ຍັງບໍ່ທັນຖືກໂລກຮູ້ຈັກເຖິງ. ເພາະສະນັ້ນ, ການຈັດຕັ້ງບັນດາກອງປະຊຸມເຊັ່ນນີ້ ແມ່ນເພື່ອແນໃສ່ຊ່ວຍບັນດານັກກະວີ, ນັກປະພັນວັນນະຄະດີ, ນັກແປພາສາ, ບັນດາສາດສະດາຈານຄົ້ນຄ້ວາໃນໂລກ ເລີ່ມເອົາໃຈໃສ່ເຖິງວັນນະຄະດີຫວຽດນາມຫຼາຍກ່ວາ, ຄົບຖ້ວນກ່ວາ ແລະ ເຫັນໄດ້ເຖິງການປະກອບສ່ວນຂອງມັນໃຫ້ແກ່ວັນນະຄະດີໂລກ ”
TAG
vov/vovworld/ກາບກອນ
Related





