ປາແລດສະຕີນສົ່ງໃບຄຳຮ້ອງເຂົ້າຮ່ວມສົນທິສັນຍາສາກົນຂອງສປຊ ຢ່າງເປັນທາງການ
03/04/2014 08:42
(vovworld) - ວັນທີ 2/4, ສປຊ ໃຫ້ຮູ້ວ່າ: ປາແລດສະຕີນ ຢາກເຂົ້າຮ່ວມສົນທິສັນຍາ, ຂໍ້ສັນຍາຈຳນວນຫນຶ່ງ

ປະທານາທິບໍດີ ປາແລສະຕີນ Mahmoud Abbas ພາບ:cand.com (vovworld) - ວັນທີ 2/4, ສປຊ ໃຫ້ຮູ້ວ່າ: ປາແລດສະຕີນ ຢາກເຂົ້າຮ່ວມສົນທິສັນຍາ, ຂໍ້ສັນຍາຈຳນວນຫນຶ່ງຄື: ສົນທິສັນຍາວຽນ ກ່ຽວກັບການພົວພັນດ້ານການທູດ, ສົນທິສັນຍາສາກົນກ່ຽວກັບສິດຂອງເດັກ, ສົນທິສັນຍາລົບລ້າງທຸກຮູບການປະພຶດຕໍ່ສຳລັບແມ່ຍິງ, ສົນທິສັນຍາກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງ, ສົນທິສັນຍາຕ້ານການດັບສູນເຊື້ອຊາດ. ທ່ານ Riyad Mansour ທູດພິເສດຂອງປາແລສະຕີນ ປະຈຳ ສປຊໄດ້ ເນັ້ນຫນັກວ່າ: ນີ້ແມ່ນຂໍ້ຕົກລົງຢ່າງເປັນທາງການຂອງ ປາແລສະຕີນ ແລະ ຈະມີຜົນສັກສິດໃນຮອບເວລາ 30 ວັນ ພາຍຫລັງຖືກສົ່ງເຖິງເລຂາທິການໃຫຍ່ ສປຊ. ທ່ານ Mansour ຢືນຢັນວ່າ: ການກະທຳນີ້ ແມ່ນຖືກຕ້ອງກັບກົດໝາຍ ແລະ ປາແລດສະຕີນ ມີສິດເຂົ້າຮ່ວມບັນດາສົນທິສັນຍາ, ຂໍ້ສັນຍາສາກົນ ຍ້ອນວ່າປາແລດສະຕີນ ໄດ້ຮັບການຮັບຮອງວ່າເປັນລັດສັງເກດການຂອງ ສປຊ ເມື່ອເດືອນ 11/2012. ໃນຂະນະນັ້ນ, ໂຄສົກຂອງ ສປຊ, ທ່ານ Farhan Hag ໃຫ້ຮູ້ວ່າ: ໃບຄຳຮ້ອງຂອງ ປາແລສະຕີນ ໄດ້ຮັບການພິຈາລະນາກ່ອນທີ່ດຳເນີນບັນດາບາດກ້າວຕໍ່ໄປ.
TAG
vovworld/vov/ຜົນສັກສິດ
Related





