ປະຕິກິລິຍາຂອງປະເທດຕ່າງໆພາຍຫຼັງ IAEA ອອກມະຕິກ່ຽວກັບ ອີຣານ
19/11/2011 11:08
ບັນດາປະເທດໄດ້ມີປະຕິກິລິຍາ ພາຍຫຼັງຄະນະອຳນວນການອົງການພະລັງງານປະລະມານູສາກົນ (ຫຼື IAEA) ຮັບຮອງເອົາມະຕິສະແດງ ”ຄວາມວິຕົກກັງວົນຢ່າງເລິກເຊິ່ງ ແລະ ນັບມື້ນັບເພິ່ມຂຶ້ນ” ກ່ຽວກັບການເຄື່ອນໄຫວນິວເຄຼຍ ຂອງອີຣານ.

ບັນດາປະເທດໄດ້ມີປະຕິກິລິຍາ ພາຍຫຼັງຄະນະອຳນວນການອົງການພະລັງງານປະລະມານູສາກົນ (ຫຼື IAEA) ຮັບຮອງເອົາມະຕິສະແດງ ”ຄວາມວິຕົກກັງວົນຢ່າງເລິກເຊິ່ງ ແລະ ນັບມື້ນັບເພິ່ມຂຶ້ນ” ກ່ຽວກັບການເຄື່ອນໄຫວນິວເຄຼຍ ຂອງອີຣານ. ມະຕິເນັ້ນໜັກວ່າ “ສິ່ງສຳຄັນແມ່ນ ອີຣານ ແລະ IAEA ຕ້ອງເພິ່ມທະວີການ ພົບປະເຈລະຈາ”, ພ້ອມທັງກໍ່ຮຽກຮ້ອງໃຫ້ ອີຣານ “ປະຕິບັດ ບັນດາພັນທະຂອງປະເທດນີ້ຕາມບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ ຢ່າງຄົບຖ້ວນ”. ອາເມລິກາອອກຖະແຫຼງການຊົມເຊຍມະຕິຕົກລົງຂອງ IAEA, ພ້ອມທັງກໍ່ໃຫ້ຮູ້ວ່າ: ຈະເພິ່ມທະວີຄວາມດັ່ນ ເພື່ອໃຫ້ ອີຣານ ປະລະຄວາມຫວັງຢາກມີ ລະເບີດ ປະລະມານູ. ກະຊວງການຕ່າງປະເທດ ລັດເຊຍ ກໍ່ໄດ້ອອກຖະແຫຼງການຊົມເຊີຍມະຕິກ່ຽວກັບບັນຫານິວເຄຼຍຂອງອີຣານໂດຍອົງການພະລັງງານປະລະມານູສາກົນ (ຫຼື IAEA) ຮັບຮອງເອົາ. ບັນດາປະເທດ ສະຫະພາບເອີລົບ ກໍ່ອອກ ຖະແຫຼງການຊົມເຊຍມະຕິດັ່ງກ່າວ, ພ້ອມກັນນັ້ນ ກໍ່ຊຸກຍູ້ ອີຣານຍົກອອກບັນດາປະຕິກິລິຍາຢ່າງຕັ້ງໜ້າທີ່ມີຕໍ່ບັນດາຂໍ້ສະເໜີຂອງປະຊາຄົມໂລກ.
Related





