ປະຊາຄົມໂລກຄັດຄ້ານຈີນມີການເຄື່ອນໄຫວດ້ານການທະຫານຢູ່ທະເລຕາເວັນອອກ
24/02/2016 07:28
ໃນບົດກ່າວປາໄສທີ່ໄດ້ຍົກອອກມາຢູ່ນອກການພົບປະກັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ຈີນ ຫວ໋າງອີ ຢູ່ນະຄອນຫຼວງ ວໍຊິງຕັນ, ໃນວັນທີ 23/2, ທ່ານ ລັດຖະມົນຕີວ່າການກະຊວງການຕ່າງປະເທດ John Kerry...

ພາບຈາກດາວທຽມສະແດງໃຫ້ເຫັນວ່າ ຈີນ ມີຄວາມສາມາດຫຼາຍຢ່າງວ່າພວມຈັດຕັ້ງລະບົບຣາດາໃນ ກາະ ເຈົາວຽນ (ພາບ: CSIS) (vovworld) – ໃນບົດກ່າວປາໄສທີ່ໄດ້ຍົກອອກມາຢູ່ນອກການພົບປະກັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ຈີນ ຫວ໋າງອີ ຢູ່ນະຄອນຫຼວງ ວໍຊິງຕັນ, ໃນວັນທີ 23/2, ທ່ານ ລັດຖະມົນຕີວ່າການກະຊວງການຕ່າງປະເທດ John Kerry ຖະແຫຼງວ່າການເຄື່ອນໄຫວດ້ານການທະຫານໃນບັນດາຮາກຖານຢູ່ທະເລຕາເວັນອອກ ຈະບໍ່ຊ່ວຍຫຍັງໃຫ້ບັນດາຄວາມມານະພະຍາຍາມແກ້ໄຂການຂັດແຍ້ງກ່ຽວກັບອະທິປະໄຕຢູ່ເຂດນີ້. ຖະແຫຼງການຂອງທ່ານ Kerry ໃນການອະພິປາຍຕໍ່ໜ້າກຳມາທິການການຕ່າງປະເທດ ສະພາສູງ ອາເມລິກາ ໃຫ້ຮູ້ວ່າ: ວໍຊິງຕັນ “ສົ່ງເສີມການແກ້ໄຂບັນດາຄຳຖະແຫຼງປະກາດອະທິປະໄຕທີ່ຊ້ອນກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ເປັນທີ່ຈະແຈ້ງແລ້ວວ່າຈຸດໝາຍໜຶ່ງຍາກທີ່ບັນລຸໄດ້ ດ້ວຍການກະທຳດ້ານການທະຫານຢູ່ຮາກຖານຕ່າງໆຢູ່ເຂດທະເລນີ້”. ແລະກໍໃນວັນດຽວກັນ, ທ່ານ John McCain, ປະທານກຳມາທິການກຳລັງທະຫານຂອງສະພາສູງ, ສະມາຊິກສະພາສູງສັງກັດພັກ ສາທາລະນະ, ໄດ້ຕຳນິຕິຕຽນວິທີການປະພຶດຂອງ ຈີນຢູ່ພາກພື້ນ ອາຊີ - ປາຊີຟິກ. ສ່ວນທ່ານ Jack Reed, ສະມາຊິກສະພາສູງອັນດັບໜຶ່ງຂອງພັກປະຊາທິປະໄຕ ຢູ່ ກຳມາທິການກຳລັງທະຫານຂອງສະພາສູງ ຕີລາຄາຢ່າງຈະແຈ້ງວ່າ: ຈີນ ບໍ່ມີເຈດຈຳນົງສວມບົດບາດເປັນ “ຝ່າຍໜຶ່ງມີຄວາມຮັບຜິດຊອບ” ຢູ່ ອາຊີ - ປາຊີຟິກ. ວັນທີ 24/2, ໜັງສືພິມສະບັບຕ່າງໆຂອງ ເຢຍລະມັນ ໄດ້ຕຳນິຕິຕຽນ ຈີນ ເຮັດໃຫ້ສະພາບຄວາມເຄັ່ງຕຶງຢູ່ທະເລຕາເວັນອອກປິນຂັ້ນໄດ ເມື່ອນຳເຮືອບິນສູ້ຮົບໄປຍັງເກາະ ຟູ໋ເລີມ ຂຶ້ນກັບໝູ່ເກາະ ຮ່ວາງຊາ ຂອງ ຫວຽດນາມ. ໜັງສືພິມ “ຮູບພາບ Frankfurt” ຖືວ່າ: ອຳນາດການປົກຄອງ ປັກກິ່ງ ໄດ້ສ້າງບັນດາປັດໄຈໃໝ່ໃນການຂັດແຍ້ງກ່ຽວກັບອະທິປະໄຕຢູ່ທະເລຕາເວັນອອກ ດ້ວຍການຈັດສົ່ງບັນດາເຮືອບິນສູ້ຮົບໄປຍັງເກາະ ຟູ໋ເລີມ. ແລະກໍໃນວັນດຽວກັນ, ໜັງສືພິມ “ຍຸກສະໄໝ” (die Zeit) ໄດ້ຄັດສະເໜີແຫຼ່ງຂ່າວຂອງອາເມລິກາ ໂດຍໃຫ້ຮູ້ວ່າ: ຈີນ ໄດ້ສົ່ງເຮືອບິນຂັບໄລ່ ເຖິງເກາະຟູ໋ເລີມ ແລະ ຈັດສົ່ງລູກສອນໄຟໜ້າດິນຍິງສູ່ອາກາດໄປຍັງເກາະແຫ່ງນີ້. ໜັງສືພິມສະບັບນີ້ຖືວ່າ: ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ພວມເຄັ່ງຕຶງ ຂຶ້ນຍ້ອນຄວາມມັກໃຫຍ່ໄຝ່ສູງຂອງປັກກິງ ຢູ່ທະເລຕາເວັນອອກ.
TAG
vovworld/John Kerry
Related





