ປະຊາຄົມສາກົນສືບຕໍ່ສະຫນັບສະຫນູນຫວຽດນາມໃນບັນຫາທະເລຕາເວັນອອກ
03/07/2014 11:23
(vovworld)- ຕອນບ່າຍວັນທີ 3/7, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດການປະຊຸມຂ່າວນັດສາມັນເພື່ອແຈ້ງການເຄື່ອນໄຫວທາງການທູດຂອງຫວຽດນາມ

ທ່ານ ເລຫາຍບີງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ photo:baomoi.com.vn (vovworld)- ຕອນບ່າຍວັນທີ 3/7, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດການປະຊຸມຂ່າວນັດສາມັນເພື່ອແຈ້ງການເຄື່ອນໄຫວທາງການທູດຂອງຫວຽດນາມໃນໄລຍະຈະມາເຖິງ ກໍຄືຕອບບາງຄຳຖາມຂອງນັກຂ່າວພາຍໃນ ແລະ ຕ່າງປະເທດ ກ່ຽວກັບສະພາບຄວາມເຄ່ັງຕຶງຢູ່ທະເລຕາເວັນອອກ. ທ່ານ ເລຫາຍບີງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ໃນສະພາບຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ, ຫວຽດນາມ ຍັງຄົງສືບຕໍ່ດຳເນີນບັນດາການເຄື່ອນໄຫວການຕ່າງປະເທດ, ເຂົ້າຮ່ວມບັນດາເວທີປາໄສສາກົນ. ທີ່ເວທີປາໄສຄັ້ງຕ່າງໆ, ບັນດາປະເທດລ້ວນແຕ່ອອກສຽງສະຫນັບສະຫນູນຫລັກໝັ້ນເປັນທຳກໍຄືການປະຕິບັດບັນດາມາດຕະການໂດຍສັນຕິຂອງຫວຽດນາມເພື່ອແກ້ໄຂຄວາມຂັດແຍ້ງ. ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມ ກ່ອນທີ່ ວັນທີ 01/8 ຈະມາເຖິງ, ກົດໝາຍປົກປ້ອງບັນດາຮາກຖານການທະຫານຂອງຈີນ ຈະມີຜົນສັກສິດ, ຕາມນັ້ນແລ້ວ ທະຫານຈີນ ມີສິດສະກັນກັ້ນຊາວປະມົງຕ່າງປະເທດເຂົ້າເຂດທະເລ ຊື່ງຈີນກຳນົດຕາມລຳພັງຝ່າຍດຽວ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ ເນັ້ນຫນັກວ່າ:
TAG
vovworld/vov/ສະພາບຄວາມເຄັ່ງຕຶງ
Related





