ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດຈັດຕັ້ງການເຄື່ອນໄຫວຕ້ອນຮັບບຸນເຕັດ
09/02/2015 05:27
ຕອນບ່າຍວັນທີ 8/2, ຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງບຸນເຕັດ “ຊາວຫວຽດນາມ ອາໄສຢູ່ຕ່າງປະເທດອວຍພອນລະດູບານໃໝ່

(vovworld) - ຕອນບ່າຍວັນທີ 8/2, ຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງບຸນເຕັດ “ຊາວຫວຽດນາມ ອາໄສຢູ່ຕ່າງປະເທດອວຍພອນລະດູບານໃໝ່, ອວຍພອນພັກ“ ຢູ່ຫໍສະໝຸດໃຫຍ່ທີ່ໃຈກາງນະຄອນນິວຢອກ (ອາເມລິກາ). ກ່າວຄວາມເຫັນຢູ່ທີ່ນີ້, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ຢືນຢັນວ່າ, ຫວຽດນາມ ໄດ້ ແລະ ພວມແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ສປຊ, ມີການປະກອບສ່ວນຢ່າງແທດຈິງເຂົ້າໃນການເຄື່ອນໄຫວລວມຂອງປະຊາຄົມສາກົນ, ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນ.
TAG
vovworld/vov/ສະຫະປະຊາຊາດ
Related





