ປະທານປະເທດ ເຈືອງເຕີ້ນຊາງ ພົບປະກັບຜູ້ ມີສິດເລືອກຕັ້ງ ນະຄອນໂຮ່ຈິມິນ
26/11/2012 10:33
ວັນທີ 26/11, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ 1 ນະຄອນໂຮ່ຈິມິນເພື່ອລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ່ 4 ສະພາແຫ່ງຊາດຫວຽດນາມຊຸດທີ່ 13
ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ແລກປ່ຽນກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ (ພາບ : chinhphudientu) Vovworld- ວັນທີ 26/11, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ 1 ນະຄອນໂຮ່ຈິມິນເພື່ອລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ່ 4 ສະພາແຫ່ງຊາດຫວຽດນາມຊຸດທີ່ 13. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ຮັບຮູ້ບັນດາຄຳເຫັນທີ່ສຸດຈິດສຸດໃຈ ແລະ ມີຄວາມຮັບຜິດຊອບຂອງ ຜູ້ມີສິດເລືອກຕັ້ງ. ໃຫ້ຄຳຕອບກ່ຽວກັບຄວາມເປັນຫ່ວງຂອງ ຜູ້ມີສິດເລືອກຕັ້ງຕໍ່ການລົງຄະແນນສຽງ, ປ່ອນບັດໄວ້ວາງໃຈສຳລັບບັນດາຕ່ຳແໜ່ງໂດຍສະພາແຫ່ງຊາດ ແລະ ສະພາປະຊາຊົນເລືອກຕັ້ງ ຫຼືໃຫ້ສັດຕະຍາບັນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເນັ້ນໜັກວ່າ ນີ້ແມ່ນວຽກງານທີ່ລະອຽດໃນການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງເວົ້າສະເພາະ ແລະ ໃນວຽກງານກໍ່ສ້າງ ແລະ ປັບປຸງພັກເວົ້າລວມ . ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ກ່າວວ່າ : “ ວຽກງານນີ້, ຖ້າຫາກປະຕິບັດເປັນຢ່າງດີ, ມີປະສິດທິຜົນ, ແນ່ນອນວ່າຈະເຮັດໃຫ້ຫັນປ່ຽນສະພາບການ. ໜ້າທີ່ຂອງຜູ້ໄດ້ຮັບເລືອກຕັ້ງແມ່ນຕ້ອງພາວະວິໄສ, ມີຈິດໃຈທ່ຽງທຳ, ເພື່ອພາລະກິດຂອງປະເທດຊາດ ແລະ ບໍ່ເພື່ອທີ່ນັ່ງ, ຕຳແໜ່ງຂອງຕົນ, ຖ້າບໍ່ດັ່ງນັ້ນ, ລະບົບຈະຖືກພັງທະລາຍ ”
TAG
ພິຈາລະນາ
Related





