ປະທານປະເທດ Truong Tan Sang ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢູ່ວິທະຍາຄານປ້ອງກັນຊາດ
17/09/2012 10:56
ຕອນເຊົ້າວັນທີ 17/9, ທ່ານປະທານປະເທດ Truong Tan Sang ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2012-2013 ຂອງວິທະຍາຄານປ້ອງກັນຊາດ

(ພາບ:tuyengiao.vn) (vovworld)- ຕອນເຊົ້າວັນທີ 17/9, ທ່ານປະທານປະເທດ Truong Tan Sang ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2012-2013 ຂອງວິທະຍາຄານປ້ອງກັນຊາດ. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ Truong Tan Sang ເນັ້ນໜັກວ່າ ການປ້ອງກັນຊາດປ້ອງກັນຄວາມສະຫງົບແມ່ນພາລະກິດສຳຄັນຍິ່ງຂອງປະເທດຊາດ; ແມ່ນໜ້າທີ່ເປັນປະຈຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ. ທ່ານປະທານປະເທດ Truong Tan Sang ຖືວ່າ: ກອງປະຊຸມໃຫ່ຍພັກທົ່ວປະເທດຄັ້ງທີ 11 ໄດ້ວາງອອກໜ້າທີ່ສຳຄັນ ນັ້ນແມ່ນ “ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວທັງຊາດ, ທັງລະລົບການເມືອງຢ່າງແຮງ, ປະຕິບັດຈຸດໝາຍ, ໜ້າທີ່ປ້ອງກັນຊາດປ້ອງກັນຄວາມສະຫງົບເປັນຢ່າງດີ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຢ່າງໝັ້ນຄົງ“. ທ່ານປະທານປະເທດ Truong Tan Sang ເນັ້ນໜັກວ່າ: “
TAG
ວິທະຍາຄານ/ໄຂສົກຮຽນ
Related






