ປະທານປະເທດເຈືອງເຕີ້ນຊາງຖະຫວາຍທູບທຽນອາໄລຫາທະນາຍຄວາມ ຫງວຽນຮິ້ວເຖາະ
01/08/2015 09:54
(vovworld)- ຕອນເຊົ້າວັນທີ 1/8, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ໄປຖະຫວາຍທູບທຽນອາໄລຫານັກທະນາຍຄວາມ ຫງວຽນຮິ້ວເຖາະ....

ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ປູກຕົນໄມ້ເປັນທີ່ລະນຶກຢູ່ເຂດອະນຸສອນສະຖານນັກທະນາຍຄວາມ ຫງວຽນຮິ້ວເຖາະ (vovworld)- ຕອນເຊົ້າວັນທີ 1/8, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ໄປຖະຫວາຍທູບທຽນອາໄລຫານັກທະນາຍຄວາມ ຫງວຽນຮິ້ວເຖາະ, ລູກສິດຜູ້ດີເດັ່ນຂອງປະທານໂຮ່ຈິມິນ ແລະ ເປັນລູກຮັກດີເດັ່ນຂອງແຂວງລອງອານ ຢູ່ເຂດອະນຸສອນສະຖານນັກທະນາຍຄວາມ ຫງວຽນຮິ້ວເຖາະຊຶ່ງຫາກໍເປີດສະຫຼອງເມື່ອວັນທີ 29/7ທີ່ຜ່ານມາຢູ່ເມືອງເບັ້ນລຶກ, ແຂວງລອງອານ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ຈົດໃສ່ປຶ້ມທີ່ລະນຶກຊຶ່ງມີຕອນຂຽນວ່າ : “ນັກທະນາຍຄວາມ ຫງວຽນຮິ້ວເຖາະ-ຜູ້ຮັກສາການປະທານປະເທດ ສ.ສ ຫວຽດນາມ ມີຊີວິດພ້ອມກັບປະຫວັດສາດຂອງຊາດຫວຽດນາມຕະຫຼອດກາລະນານ”. ໂດຍແມ່ນນັກປັນຍາຊົນທີີ່ມີຊື່ສຽງ, ນັກທະນາຍຄວາມ ຫງວຽນຮິ້ວເຖາະ ບໍ່ສະແຫວງຫາຜົນປະໂຫຍດ, ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ກໍຄືໃນກິດຈະການສ້າງສາ ແລະ ປ່ຽນແປງໃໝ່ປະເທດຊາດ.
TAG
vovworld/ອະນຸສອນສະຖານ/ອາໄລຫາ
Related





