ຕອນເຊົ້າວັນທີ 08 ພະຈິກ, ທ່ານ ເຈິ່ນແທັງເໝີນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ເສັ້ນທາງປະຕິວັດ ເຕິນຈ່າວ - ຈຸງອຽນ ແລະ ກິດຈະກຳຫໍພິພິຕະພັນ ATK ເຕິນຈ່າວ ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດ ເຕິນຈ່າວ, ຕາແສງ ເຕິນຈ່າວ, ແຂວງ ຕວຽນກວາງ.
ເຫດການຖືກຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສະພາແຫ່ງຊາດຮອບຮອງເອົາລັດຖະທຳມະນູນສະບັບທຳອິດ (09 ພະຈິກ 1946 - 09 ພະຈິກ 2026), ຕອບສະໜອງວັນກົດໝາຍ ຫວຽດນາມ (09 ພະຈິກ), ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 81 ປີ ແຫ່ງວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດ ເລືອກຕັ້ງສະພາແຫ່ງຊາດ ຫວຽດນາມ (06 ມັງກອນ 1946 - 06 ມັງກອນ 2027) ແລະ ຂ່ຳນັບຮັບຕ້ອນ 195 ປີ ແຫ່ງວັນສ້າງຕັ້ງແຂວງ ຕວຽນກວາງ (04 ພະຈິກ 1831 - 04 ພະຈິກ 2026).
ເສັ້ນທາງປະຕິວັດ ເຕິນຈ່າວ - ຈຸງອຽນ ມີຄວາມຍາວ 9,2 ກິໂລແມັດ ເລີ່ມກໍ່ສ້າງໃນເດືອນ ທັນວາ 2025 ແລະ ສຳເລັດໃນເວລາເກືອບ 11 ເດືອນ. ເລື່ອງເປີດເສັ້ນທາງບໍ່ພຽງແຕ່ມີຄວາມໝາຍປະຫວັດສາດເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການກໍ່ສ້າງສຳເລັດພື້ນຖານໂຄງລ່າງ, ເຊື່ອມຕໍ່ເຂດປູຊະນີຍະສະຖານປະຫວັດສາດ ແລະ ເປີດພື້ນທີ່ພັດທະນາໃໝ່ໃຫ້ແກ່ເຂດຖານທີ່ໝັ້ນການປະຕິວັດ ATK (ເຂດປອດໄພ)ອີກດ້ວຍ.





