ຜັນຂະຫຍາຍຍຸດທະສາດ ແຫ່ງຊາດພັດທະນາ ຂະແໜງການຢາ ຫວຽດນາມ
07/12/2014 09:09
(vovworld)- ວັນທີ 6/12, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກສົມທົບກັບອົງການອະນາໄມໂລກ ຈັດກອງປະຊຸມຜັນຂະຫຍາຍຍຸດທະສາດແຫ່ງຊາດພັດທະນາຂະແໜງການຢາຫວຽດນາມ ໄລຍະຮອດປີ 2020 ແລະ ວິໃສທັດຮອດປີ 2030....


(ພາບປະກອບ: danviet.vn )
(vovworld)- ວັນທີ 6/12, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກສົມທົບກັບອົງການອະນາໄມໂລກ ຈັດກອງປະຊຸມຜັນຂະຫຍາຍຍຸດທະສາດແຫ່ງຊາດພັດທະນາຂະແໜງການຢາຫວຽດນາມ ໄລຍະຮອດປີ 2020 ແລະ ວິໃສທັດຮອດປີ 2030, ວາງອອກຈຸດໝາຍລະອຽດຮອດປີ 2020 ແມ່ນຢາ 100% ຖືກສະໜອງໃຫ້ແກ່ຄວາມຕ້ອງການປ້ອງກັນ, ປິ່ນປົວພະຍາດຢ່າງທັນການ, ຮອດປີ 2030 ບັນລຸຈຸດໝາຍຢາຜະລິດພາຍໃນປະເທດຕອບສະໜອງຄວາມຕ້ອງການນຳໃຊ້ໂດຍພື້ນຖານ, ຜະລິດຢາປິ່ນປົວພະຍາດພິເສດໄດ້, ເປັນເຈົ້າການໃນການຜະລິດຢາວັກຊິນໃຫ້ແກ່ການປ້ອງກັນ, ຕ້ານໂລກລະບາດ, ຜະລິດວັດຖຸເຮັດຢາໄດ້. ລະບົບກວດກາ, ແຈກຢາຍຢາ, ວຽກງານການຢາທັດທຽມກັບບັນດາປະເທດກ້າວໜ້າໃນພາກພື້ນ./.
TAG
Vovworld/vov/ຂະແໜງການຢາຫວຽດນາມ
Related





