ຜັນຂະຫຍາຍໂຄງການພື້ນຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ
26/08/2015 11:19
(vovworld)- ວັນທີ 26/8, ຢູ່ຮ່າໂນ້ຍ, ໂດຍພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັກດຖະມົນຕີ ຫງວຽນຊວນຟຸກ, ຄະນະຊີ້ນຳແຜນແມ່ບົດ 896 ໄດ້ໂຮມປະຊຸມ...

ທ່ານຮອງນາຍົກລັກດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ (vovworld)- ວັນທີ 26/8, ຢູ່ຮ່າໂນ້ຍ, ໂດຍພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັກດຖະມົນຕີ ຫງວຽນຊວນຟຸກ, ຄະນະຊີ້ນຳແຜນແມ່ບົດ 896 ໄດ້ໂຮມປະຊຸມ ຕີລາຄາສະພາບການຜັນຂະຫຍາຍປະຕິບັດແຜນແມ່ບົດສັງລວມກ່ຽວກັບຫັນລະບຽບການບໍລິຫານ, ໜັງສືສວ່ນຕົວຂອງພົນລະເມືອງ ແລະ ບັນດາພື້ນຖານຂໍ້ມູນທີ່ກ່ຽວຂ້ອງເຖິງການຄຸ້ມຄອງພົນລະເມືອງໄລຍະ 2013-2020 ເປັນງ່າຍດາຍ; ປຶກສາຫາລືບາງເນື້ອໃນຂອງຮ່າງດຳລັດກຳນົດລະອຽດບາງຂໍ້ມາດຕາ ແລະ ມາດຕະການປະຕິບັດກົດໝາຍວ່າດ້ວຍບັດປະຈຳຕົວຂອງພົນລະເມືອງ. ກ່າວຄຳເຫັນສະຫຼຸບການປະຊຸມ, ທ່ານຮອງນາຍົກລັກດຖະມົນຕີ ຫງວຽນຊວນຟຸກ ສະເໜີ ກະຊວງຕຳຫຼວດ, ກະຊວງຍຸຕິທຳ, ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຜັນຂະຫຍາຍປະຕິບັດປະມວນກົດໝາຍວ່າດ້ວຍບັດປະຈຳຕົວຂອງພົນລະເມືອງ, ກົດໝາຍວ່າດ້ວຍສັນຊາດຢ່າງຄົບຊຸດ.
TAG
vovworld/ລະບຽບການ/ແຜນແມ່ບົດ
Related





