ຜູ້ປະປະຈຳການຄະນະເລຂາທິການສູນກາງພັກ ຫວຽດນາມ ແລະ ລາວ ດຳເນີນການໂອ້ລົມສົນທະນາ
09/04/2026 11:06
[VOVWORLD] - ທີ່ການໂອ້ລົມສົນທະນາ, 2 ຝ່າຍໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ, ຮອບດ້ານຂອງການພົວພັນ ຫວຽດນາມ - ລາວ ໃນໄລຍະຜ່ານມາ, ພິເສດແມ່ນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ

VOV5_9.4_AM CHIEU_18- Thuong truc Ban Bi thu.jpg (ທີ່ການໂອ້ລົມສົນທະນາ ) ຕອນເຊົ້າວັນທີ 09 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ດຳເນີນການໂອ້ລົມສົນທະນາກັບ ທ່ານ ວິໄລ ຫຼ້າຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດ ລາວ. ທີ່ການໂອ້ລົມສົນທະນາ, 2 ຝ່າຍໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ, ຮອບດ້ານຂອງການພົວພັນ ຫວຽດນາມ - ລາວ ໃນໄລຍະຜ່ານມາ, ພິເສດແມ່ນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປະສິດທິຜົນການຮ່ວມມືໃນທຸກຂົງເຂດທີ່ນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ພິເສດແມ່ນພາຍຫຼັງບັນດາການຢ້ຽມຢາມເຊິ່ງກັນແລະກັນຂອງການນຳຫຼັກແຫຼ່ງ 2 ປະເທດ ແລະ ການພົບປະລະຫວ່າງ 2 ພັກ ຫວຽດນາມ - ລາວ, ກຳປູເຈຍ - ລາວ - ຫວຽດນາມ. 2 ຝ່າຍກໍ່ເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານໂຄສະນາ, ສຶກສາມູນເຊື້ອສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ, ພິເສດແມ່ນລຸ້ນໜຸ່ມ; ຖືນີ້ແມ່ນໜ້າທີ່ມີຄວາມໝາຍຍຸດທະສາດ, ຍາວນານ ເພື່ອຮັກສາ ແລະ ເສີມຂະຫຍາຍສົມອັນບັດລວມລ້ຳຄ່າຂອງ 2 ຊາດ.
TAG
VOV/VOVWORLD/ການເມືອງ/ປະສິດທິຜົນ/ຮ່ວມມື
Related





