ປີ 2013, ການສົ່ງອອກຂອງຫວຽດນາມບັນລຸລະດັບເຕີບໂຕສູງພໍສົມຄວນ
02/01/2014 10:31
(vovworld)- ຕາມກະຊວງອຸດສາຫະກຳແລະການຄ້າຫວຽດນາມ ແລ້ວ, ວົງເງິນສົ່ງອອກຂອງຫວຽດນາມ ໃນປີ 2013 ບັນລຸກວ່າ 130 ຕື້ USD

ການສົ່ງອອກເຄື່ອງຕຳ່ແຜ່ນຕັດຫຍີບປີ 2013 ບັນລຸກວ່າ 20 ຕື້ USD photo:vinatex.com (vovworld)- ຕາມກະຊວງອຸດສາຫະກຳແລະການຄ້າຫວຽດນາມ ແລ້ວ, ວົງເງິນສົ່ງອອກຂອງຫວຽດນາມ ໃນປີ 2013 ບັນລຸກວ່າ 130 ຕື້ USD, ເພີ່ມຂຶ້ນປະມານ 15% ເມື່ອທຽບໃສ່ປີ 2012, ລື່ນກາຍຕົວເລກຄາດໝາຍຊື່ງສະພາແຫ່ງຊາດໄດ້ວາງອອກ. ໃນນັ້ນ ການສົ່ງອອກເຄື່ອງຕຳ່ແຜ່ນຕັດຫຍີບປີ 2013 ບັນລຸກວ່າ 20 ຕື້ USD, ເພີ່ມຂຶ້ນ 18% ເມື່ອທຽບໃສ່ປີ 2012 ລື່ນກາຍກວ່າ 1 ຕື້ USD, ນຳເຄື່ອງຕຳ່ແຜ່ນຕັດຫຍີບຫວຽດນາມ ສືບຕໍ່ຢືນອັນດັບຫນຶ່ງໃນຈຳນວນບັນດາຂະແຫນງສົ່ງອອກຕົ້ນຕໍ. ຂະແຫນງຕຳ່ແຜ່ນຕັດຫຍີບກໍຮັກສາການເຕີບໂຕສົ່ງອອກໃຫຍ່ຢູ່ຫລາຍຕະຫລາດທີ່ເປັນຈຸດສຸມຄື: ອາເມລິກາ, ອີຢູ, ຍີ່ປຸ່ນ, ສເກົາຫລີ, ອາຊຽນ. ການເຕີບໂຕຂອງຂະແຫນງຕຳ່ແຜ່ນຕັດຫຍິບປີ 2013 ມີການປະກອບສ່ວນອັນໃຫຍ່ຫລວງຂອງບັນດາວິສາຫະກິດໃນການເປີດກວ້າງການລົງທຶນ, ປະກອບສ່ວນເພີ່ມຂອບຂະຫນາດການຜະລິດຂອງທົ່ວຂະແຫນງ. ທ່ານນາງ ຫງວຽນທິແທງຮ່ວຽນ, ຜູ້ອຳນວຍການບໍລິສັດໃຫຍ່ຕັດຫຍີບ 10 ແບ່ງປັນວ່າ:
TAG
vovworld/vov/ວົງເງິນສົ່ງອອກ
Related





