ຕາມລາຍການກອງປະຊຸມສະໄໝສາມັນເທື່ອທີສອງ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI, ວັນທີ 13 ພະຈິກ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາ ກົດໝາຍ, ມະຕິ 5 ສັບບັບ; ພ້ອມທັງປຶກສາຫາລືຮ່າງກົດໝາຍ 5 ສະບັບ ແລະ ພິຈາລະນາເນື້ອໃນອື່ນໆຈຳນວນໜຶ່ງ. ສະພາແຫ່ງຊາດກໍ່ຈະສະຫງວນເວລາປຶກສາຫາລືກ່ຽວກັບແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດໃນການປ້ອງກັນ, ຕ້ານຢາເສບຕິດ ແລະ ອາດຊະຍາກຳ ໄລຍະ 2026 – 2035. ຕາມໃບສະເໜີຂອງລັດຖະບານແລ້ວ, ໂຄງການໄດ້ສ້າງຂຶ້ນບົນພື້ນຖານການຮັກສາໂຄງການເປົ້າໝາຍແຫ່ງຊາດໃນການປ້ອງກັນ, ຕ້ານຢາເສບຕິດ ຮອດປີ 2030 ແລະ ທ້ອນໂຮມ, ເພີ່ມເຕີມເນື້ອໃນການປ້ອງກັນ, ຕ້ານອາດຊະຍາກຳ ໄລຍະ 2026 – 2035.




