ສ້າງການຫັນປ່ຽນກ່ຽວກັບຄຸນນະພາບຊີວິດຂອງຊາວຊົນເຜົ່າ
13/03/2015 11:07
(vovworld)-ຕອນບ່າຍວັນທີ 13/3, ບັນດາສະມາຊິກສະພາແຫ່ງຊາດໄດ້ຊັກຖາມທ່ານ ຢາງແຊວຝື

ທ່ານ ຢາງແຊວຝື, ລັດຖະມົນຕີ, ຫົວຫນ້າຄະນະກຳມະການ ຊົນເຜົ່າ ພາບ:http://vneconomy.vn (vovworld)-ຕອນບ່າຍວັນທີ 13/3, ບັນດາສະມາຊິກສະພາແຫ່ງຊາດໄດ້ຊັກຖາມທ່ານ ຢາງແຊວຝື, ລັດຖະມົນຕີ, ຫົວຫນ້າຄະນະກຳມະການຊົນເຜົ່າ ກ່ຽວກັບບັນຫາປະຕິບັດໂຄງການພັດທະນາເສດຖະກິດສັງຄົມຂອງບັນດາຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ເຂດຊົນເຜົ່າ ແລະ ເຂດພູດອຍ(ໂຄງການ 135), ແກ້ໄຂທີ່ດິນປຸກສ້າງເຮືອນ, ທີ່ດິນທຳການຜະລິດ. ເມື່ອຕີລາຄາກ່ຽວກັບໝາກຜົນແຫ່ງການປະຕິບັດໂຄງການ 135 ໃນໄລຍະຜ່ານມາ, ລັດຖະມົນຕີ ຢາງແຊວຝື ຢືນຢັນ: ໂຄງການບັນລຸໄດ້ຜົນງານສຳຄັນຫລາຍຢ່າງຢູ່ເຂດຊົນເຜົ່າສ່ວນຫນ້ອຍ ແລະ ສິ່ງດັ່ງກ່າວໄດ້ຮັບການຮັບຮູ້ຈາກສາກົນ. ດ້ວຍຜົນງານນັ້ນ, ນາຍົກລັດຖະມົນຕີໄດ້ອະນຸມັດແກ່ຍາວການປະຕິບັດໂຄງການນີ້ຮອດປີ 2020. ພ້ອມກັບໂຄງການ 135, ຫວຽດນາມ ຍັງຜັນຂະຫຍາຍຫລາຍໂຄງການຈຸດໝາຍອື່ນ ເພື່ອຍູ້ໄວກິດຈະການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ. ທ່ານລັດຖະມົນຕີ ຢາງແຊວຝື ໃຫ້ຮູ້ວ່າ:
TAG
vovworld/ສະພາແຫ່ງຊາດ
Related





