ສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍແຂວງກອນຕຸມ
16/03/2015 11:42
vovworld)- ວັນທີ 16/3, ຢູ່ແຂວງກອນຕຸມ ໄດ້ຈັດພິທີສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍກອນຕຸມ...

ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍກອນຕຸມ (vovworld)- ວັນທີ 16/3, ຢູ່ແຂວງກອນຕຸມ ໄດ້ຈັດພິທີສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍກອນຕຸມຄືວັນທີ 16/3. 40 ປີທີ່ຜ່ານມາ, ກອງທັບ ແລະ ປະຊາຊົນກອນຕຸມ ໄດ້ພະຍາຍາມບືນຕົວຂຶ້ນໃນການອອກແຮງງານ, ທຳການຜະລິດ, ອັນຍາດໄດ້ບັນດາຜົນງານທີ່ໃຫຍ່ຫຼວງ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽວັນຮຸ່ງ ເລຂາພັກແຂວງໆກອນຕຸມ ຕີລາຄາວ່າ : “ 40 ປີທີ່ສົງຄາມໄດ້ຜ່ານພົ້ນໄປ, ແຕ່ບັນດາວິລະກຳທີ່ລື່ຊາຜາກົດ ແລະ ການອຸທິດສ່ວນ, ເສຍສະຫຼະອັນສູງສົ່ງຂອງທັງລຸ່ນພໍ່ລຸ່ນອ້າຍໃຫ້ເຂດດິນນີ້ ຈະໄດ້ຈາລຶກໄວ້ເຂົ້າໃນປະຫວັດສາດຂອງຊາດ. ຊາວຫວຽດນາມແຕ່ລະຄົນຕ້ອງອອກແຮງປົກປັກຮັກສາເສີມຂະຫຍາຍມູນເຊື້ອຮັກຊາດ ແລະ ຄຸນຄ່າອັນໝັ້ນຄົງຂອງວັດທະນະທຳ ແລະ ຊາວຫວຽດນາມເຂົ້າໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ ”. ແລະ ກໍເພື່ອມຸ່ງໄປສູ່ການສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍແຂວງ ຢາລາຍຄືວັນທີ 17/3, ວັນທີ 16/3, ຫໍພິພິທະພັນແຂວງ ໄດ້ຈັດງານວາງສະແດງຮູບພາບດ້ວຍຫົວຂໍ້ “ ແຂວງຢາລາຍ 40 ປີແຫ່ງການສ້າງສາ ແລະ ພັດທະນາ”.
TAG
vov/vovworld/ກອນຕຸມ/ປົດປ່ອຍ
Related






