ສະເຫຼີມສະຫຼອງ 45 ປີແຫ່ງການປະຕິບັດ ຄຳພິໄນກຳຂອງ ທ່ານປະທານໂຮ່ຈິມິນ
31/08/2014 11:14
(vovworld)- ຕອນຄ່ຳວັນທີ 30/8, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ສູນກາງພັກ, ກະຊວງວັດທະນະທຳ-ກິລາ, ທ່ອງທ່ຽວ .....

ລາຍການສະແດງສິລະປະພິເສດ ເພື່ອຍ້ອງຍໍສັນລະເສີນທ່ານປະທານໂຮ່ຈິມິນ (vovworld)- ຕອນຄ່ຳວັນທີ 30/8, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ສູນກາງພັກ, ກະຊວງວັດທະນະທຳ-ກິລາ, ທ່ອງທ່ຽວ ແລະ ສະຖານີໂທລະພາບ ແຫ່ງຊາດຫວຽດນາມ ໄດ້ຈັດລາຍການສະແດງສິລະປະພິເສດ ເພື່ອຍ້ອງຍໍສັນລະເສີນທ່ານປະທານໂຮ່ຈິມິນ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງພ້ອມກັບບັນດາການນຳພັກ, ລັດຖະບານ, ແນວໂຮມປະເທດຊາດໄດ້ເຂົ້າຮ່ວມ. ກ່າວຄຳເຫັນເປີດລາຍການ, ທ່ານດິງເທ້ຮີງ ກຳມະການກົມການເມືອງ, ຫົວໜ້າ ຄະນະໂຄສະນາສຶກສາ ສູນກາງພັກ ໄດ້ຊີ້ແຈ້ງວ່າ : “ 45 ປີທ່ີຜ່ານມາ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ໄດ້ເປັນຈິດໃຈດຽວ, ທຸມເຫືອ່ເທແຮງປະຕິບັດຄຳພິໄນກຳຂອງ ທ່ານປະທານໂຮ່ຈິມິນ, ສ້າງໃຫ້ມີໄຊຊະນະທີ່ສະຫງ່າງາມໃນແຕ່ລະໄລຍະປະຕິວັດ, ພ້ອມກັນນັ້ນ ກໍຮັບຮູ້ຢ່າງເລິກເຊິ່ງວ່າ ພັກກອມມູນິດ ແລະ ປະຊາຊົນຫວຽດນາມຍັງຕ້ອງສູ້ຊົນຫຼາຍກ່ວາອີກເຮັດປະຕິບັດສຳເລັດຕາມຄວາມຫວັງຂອງເພິ່ນ. ໃນລາຍການສະແດງສິລະປະພິເສດນີ້, ພວກເຮົາພ້ອມກັນທົບທວນຄືນຄຳສັ່ງສອນຂອງ ທ່ານປະທານໂຮ່ຈິມິນວ່າ : ວັດທະນະທຳສິລະປະກໍແມ່ນແນວຮົບໜຶ່ງ, ອ້າຍເອື້ອຍນ້ອງກໍແມ່ນັກຮົບໃນແນວຮົບນັ້ນ ” ລາຍການກະຈາຍສຽງພິເສດເນື່ອງໃນໂອກາດລະນຶກ 45 ປີແຫ່ງການປະຕິບັດຄຳພິໄນກຳຂອງ ທ່ານປະທານໂຮ່ຈິມິນ ວັນທີ 31/8, ວິທະຍຸກະຈາຍສຽງຫວຽດນາມໄດ້ໃຫ້ອອກອາກາດສົດລາຍການກະຈາຍສຽງພິເສດໃນລະບົບຂ່າວການເມືອງ-ສັງລວມເນື່ອງໃນໂອກາດລະນຶກ 45 ປີແຫ່ງການປະຕິບັດຄຳພິໄນກຳຂອງ ທ່ານປະທານໂຮ່ຈິມິນ. ດ້ວຍຫົວເລື່ອງ “ຄຳພິໄນກຳຂອງ ທ່ານປະທານໂຮ່ຈິມິນ: ຄຳພິໄນກຳຂອງກ່ຽວກັບມະນຸດ ແລະ ເພື່ອມະນຸດ ” , ບັນດາບົດສາລະຄະດີ, ບົດເພງປະສານເຂົ້າກັບພ້ອມກັບຄຳວິເຄາະຂອງແຂກຖືກເຊີນ, ບັນດາຕົວພະຍານປະຫວັດສາດ ໄດ້ຊ່ວຍໃຫ້ຜູ້ຟັງສາມາດເຂົາໃຈແຈ້ງກ່ຽວກັບສະພາວະທີ່ທ່ານປະທານໂຮ່ຈິມິນຂຽນບົດຄຳພິໄນກຳ, ບັນດາຄຸນຄ່າທີ່ຍິ່ງໃຫຍ່ຂອງບົດຄຳພິໄນກຳຂອງທ່ານປະທານໂຮ່ຈິມິນ, ກ່ຽວກັບປັດໄຈມະນຸດ-ເພື່ອມະນຸດໃນບົດຄຳພິໄນກຳຂອງ ທ່ານປະທານໂຮ່ຈິມິນ, ກ່ຽວກັບປັດໄຈສາມັກຄີໃນການກໍ່ສ້າງພັກ ແລະ ວຽກງານປະຕິບັດຕາມ ຄຳພິໄນກຳ ກໍຄືບັນດາບັນຫາພຶດຕິກຳທີ່ວາງອອກໃນປະຈຸບັນ. ສາດສະດາຈານປະຫວັດສາດຊາວອາເມລິກາ ທ່ານ William Duiker
TAG
vov/vovworld/ຄຳພິໄນກຳ/ປະທານໂຮ່ຈິມິນ
Related





