VOV WorldVOV World
ສະເຫລີມສະຫລອງ50ປີແຫ່ງໄຊຊະນະບັ້ນຮົບທຳອິດຂອງກອງທັບເຮືອປະຊາຊົນຫວຽດນາມ
03/08/2014 09:33
(vovworld)- ວັນ​ທີ 3/8, ຢູ່​​ເຂດ​ທະ​ເລ​ປະຫວັດສາດ ​ເກືອ​ລູກ​ ​ເທດສະບານ ບາຍ​​ໄຈ ນະຄອນ ຮ້າລອງ ​ແຂວງ ກວ໋າງນີງ
ສະເຫລີມສະຫລອງ50ປີແຫ່ງໄຊຊະນະບັ້ນຮົບທຳອິດຂອງກອງທັບເຮືອປະຊາຊົນຫວຽດນາມ
ພາບເອກະສານ (vovworld)- ວັນ​ທີ 3/8, ຢູ່​​ເຂດ​ທະ​ເລ​ປະຫວັດສາດ ​ເກືອ​ລູກ​ ​ເທດສະບານ ບາຍ​​ໄຈ ນະຄອນ ຮ້າລອງ ​ແຂວງ ກວ໋າງນີງ, ​ເຫຼົ່າທັບ​ເຮືອ​ກອງທັບ​ເຮືອ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ອາ​ໄລ​ຫາ​ບັນດາ​ວິລະ​ຊົນ, ນັກຮົບ​ ​ແລະ ປະຊາຊົນ​ທີ່ເສຍສະຫລະ​ຊີວິດ​ເພື່ອ​ຊາດ​ໃນ​ບັ້ນ​ຮົບ​ທຳ​ອິດ​ເພື່ອ​ຂັບ​ໄລ່​ກຳ​ປັ່ນ Maddox ​ແລະ ຕີຕອບ​ໂຕ້​ເຮືອບິນຮຸກ​ຮານ​ຂອງ​ອາ​ເມ​ລິ​ກາ​ໃນ ວັນ​ທີ 2 ​ແລະ ທີ 5/8/1964. ນີ້​ແມ່ນ​ໄຊຊະນະ​ໃນ​ບັ້ນ​ຮົບ​ທຳ​ອິດ​ຂອງກຳລັງ​ທະຫານ​ເຮືອປະຊາຊົນ​ຫວຽດນາມ, ຂອງ​ກອງທັບ ​ແລະ ປະຊາຊົນ​ພາກ​ເຫນືອ​ຫວຽດນາມ​ໃນ​ສົງຄາມ​ທຳລາຍ​ພາກ​ເຫ​ນືອຫວຽດນາມ​ ຂອງ​ຈັກກະພັດ​ອາ​ເມ​ລິ​ກາ. ກ່ອນ​ຫນ້າ​ນັ້ນ,​​ໃນ​ຕອນ​ຄຳ່​ວັນ​ທີ 2/8, ຢູ່ ​ແຂວງ ກວ໋າງນິງ ກໍ​ໄດ້​ດຳ​ເນີນ​ລາຍການ​ສະ​ແດງ​ສິລະ​ປະ “​ສະ​ເຫລີ​ມສະຫລອງ​ເຫດການໄຊຊະນະ​ໃນບັ້ນ​ຮົບ​ທຳ​ອິດ”. ກ່າວ​ຄຳ​ເຫັນ​ທ່ີ​ລາຍການ​ດັ່ງກ່າວ, ພົນ​​ເຮ​ືອຕີ ດີງຢາ​ເທີ​ດ ຢືນຢັນ​ວ່າ:  
TAG
vovworld/ເຫຼົ່າທັບ​ເຮືອ

More