ສະເຫນີສ້າງຕັ້ງສານສະເພາະໃຫ້ແກ່ຜູ້ອາຍຸບໍ່ເຖິງກະສຽນໃນປີ2015
03/05/2015 07:40
(vovworld)- ຄາດວ່າໃນປີ 2015, ຫວຽດນາມ ຈະສ້າງຕັ້ງ “ສານຄອບຄົວ ແລະ ຜູ້ ອາຍຸບໍ່ເຖິງກະສຽນ”.

ທ່ານນາງໂງທິມີນຮອງຫົວຫນ້າກຳມາທິການວັດທະນະທຳ, ການສຶກສາຊາວຫນຸ່ມ, ເຍົາວະຊົນ, ອະນຸຊົນ ພາບ:vietbao.vn (vovworld)- ຄາດວ່າໃນປີ 2015, ຫວຽດນາມ ຈະສ້າງຕັ້ງ “ສານຄອບຄົວ ແລະ ຜູ້ ອາຍຸບໍ່ເຖິງກະສຽນ”. ລະບົບສານສະເພາະຕ່າງຫາກນີ້ ແມ່ນບ່ອນພິພາກສານບັນດາບັນຫາກ່ຽວຂ້ອງເຖິງຄອບຄົວ, ເດັດນ້ອຍ. ທ່ານນາງ ໂງທິມີນ, ຮອງຫົວຫນ້າກຳມາທິການວັດທະນະທຳ, ການສຶກສາຊາວຫນຸ່ມ, ເຍົາວະຊົນ, ອະນຸຊົນ ໃຫ້ຮູ້ວ່າ: ເລື່ອງສ້າງຕັ້ງສານຄອບຄົວ ແລະ ຜູ້ອາຍຸບໍ່ເຖິງກະສຽນ ຈະຮັບປະກັນສິດດີທີ່ສຸດໃຫ້ແກ່ເດັກນ້ອຍ ແລະ ຜູ້ອາຍຸບໍ່ເຖິງກະກຽນ. ການສ້າງຕັ້ງສານຄອບຄົວ ແລະ ຜູ້ ອາຍຸບໍ່ເຖິງກະສຽນ ຈະປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການສຶກສາ, ຊ່ວຍເຫລືອຜູ້ມີອາຍຸບໍ່ເຖິງກະສຽນທີ່ລະເມີດກົດໝາຍເພື່ອແກ້ຄວາມຜິດຂອງຕົນ, ພັດທະນາຢ່າງປອດໃສ ແລະ ກາຍເປັນພົນລະເມືອງມີປະໂຫຍດຕໍ່ສັງຄົມ.
TAG
vovworld/ບໍ່ເຖິງກະສຽນ
Related





