ສະຫະພັນບັນດາວິສາຫະກິດໃຫຍ່ພ້ອມກັບສະຫະປະຊາຊາດພັດທະນາແບບຍືນຍົງ
17/10/2019 08:26
(VOVWORLD) -ວັນທີ 16 ຕຸລາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຈັດຕັ້ງກອງປະຊຸມຄັ້ງທຳອິດຂອງສະຫະພັນບັນດາວິສາຫະກິດ ໂດຍສະຫະປະຊາຊາດສະໜັບສະໜູນ ແນໃສ່ປຶກສາຫາລືບັນດາແຜນການລົງທຶນໃຫ້ແກ່ການພັດທະນາແບບຍືນຍົງ ຄາດຄະເນວ່າ ການຄິດໄລ່ຈະຂຶ້ນເຖິງຫລາຍພັນຕື້ USD.

ດ້ວຍຊື່ເອີ້ນແມ່ນ “ບັນດານັກລົງທຶນທົ່ວໂລກເພື່ອການພັດທະນາແບບຍືນຍົງ”, ສະຫະພັນໃໝ່ນີ້ ລວມມີການນຳວິສາຫະກິດໃຫຍ່ 30 ຄົນ ຈະພ້ອມກັນລະດົມແຫຼ່ງກຳລັງ ຮັບໃຊ້ໃຫ້ແກ່ການພັດທະນາແບບຍືນຍົງ ດ້ວຍເປົ້າໝາຍຕົ້ນຕໍແມ່ນ ສົ່ງເສີມການລົງທຶນໃຫ້ແກ່ການພັດທະນາແບບຍືນຍົງ, ຍາວນານ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres (ພາບ: UN) ຄາດວ່າ: ສະຫະພັນນີ້ ຈະເຄື່ອນໄຫວໃນໄລຍະເວລາ 2 ປີ, ນັບແຕ່ເດືອນ ຕຸລາ 2019 ຫາເດືອນ ຕຸລາ 2021, ສຸມໃສ່ເຂົ້າໃນການຍົກອອກບັນດາມາດຕະການລົງທຶນພັດທະນາແບບຍືນຍົງຍາວນານ, ຊອກຫາບັນດາກາລະໂອກາດການລົງທຶນໃຫ້ແກ່ບັນດາປະເທດກຳລັງພັດທະນາ ແລະ ເພີ່ມທະວີແຫຼ່ງເງິນລົງທຶນພາກເອກະຊົນໃຫ້ແກ່ບັນດາໂຄງການພັດທະນາ.
TAG
VOV/VOVworld/ສະຫະພັນ/ວິສາຫະກິດໃຫຍ່/ສະຫະປະຊາຊາດ
Related






