VOV WorldVOV World
ສະມາຄົມທະນາຍຄວາມຫວຽດນາມຄັດຄ້ານຈີນນຳຮ້ານເຈາະນຳ້ມັນເຂົ້າເຄື່ອນໄຫວຢູ່ເຂດທະເລຂອງຫວຽດນາມ
09/05/2014 10:12
(vovworld)- ​ສະມາຄົມ​ທະນາຍຄວາ​ມຫວຽດນາມ ​ໄດ້​ອອກ​ຖະ​ແຫລ​ງການ​ກ່ຽວ​ກັບ​ເລື່ອງ​ຈີນ ນຳ​ຮ້ານ​ເຈາະ​ນຳ້ມັນ​ເຂົ້າ​ເຄື່ອນ​ໄຫວ​ຢຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ທະ​ເລ​ຫວຽດນາມ
ສະມາຄົມທະນາຍຄວາມຫວຽດນາມຄັດຄ້ານຈີນນຳຮ້ານເຈາະນຳ້ມັນເຂົ້າເຄື່ອນໄຫວຢູ່ເຂດທະເລຂອງຫວຽດນາມ
ທ່ານເລມີງເຕີມ, ຮອງປະທານ, ທັງເປັນເລຂາທິການໃຫຍ່ ສະມາຄົມທະນາຍຄວາມຫວຽດນາມ ພາບ:hn.24h.com.vn (vovworld)- ​ສະມາຄົມ​ທະນາຍຄວາ​ມຫວຽດນາມ ​ໄດ້​ອອກ​ຖະ​ແຫລ​ງການ​ກ່ຽວ​ກັບ​ເລື່ອງ​ຈີນ ນຳ​ຮ້ານ​ເຈາະ​ນຳ້ມັນ​ເຂົ້າ​ເຄື່ອນ​ໄຫວ​ຢຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ທະ​ເລ​ຫວຽດນາມ. ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ບ່າຍ​ວັນ​ທີ 9/5 ຢູ່ ຮ່າ​ໂນ້ຍ, ສະມາຄົມ​ທະນາຍຄວາມ​ຫວຽດນາມ ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍ​ຈີນ ຢຸດຕິ​ບັນດາ​ການ​ກະທຳ​ຜິດ​ກົດໝາຍ​ຢ່າງ​ທັນ​ທີ່ ​ແລະ ຖອນ​ຮ້ານ​ເຈາະ​ນຳ້ມັນ ພ້ອມ​ດ້ວຍ​ກຳ​ປັ່ນ​ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ, ບໍ່​ໃຫ້ການ​ກະທຳ​ຄ້າຍຄື​ກັນ​ເກີດ​ຂຶ້ນ​ຢູ່​ເຂດ​ອະພິສິດ​ເສດຖະກິດ​ ​ແລະ ​ໄຫລ່​ທະວີບຂອງ​ຫວຽດນາມ. ສະມາຄົມ​ທະນາຍຄວາມ​ຫວຽດນາມ ຮຽກຮ້ອງ​ໃຫ້​ຝ່າຍ​ຈີນ ຕ້ອງ​ເຄົາລົບ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມ​ງວດ, ພິ​ເສດ​ແມ່ນ​ສົນທິສັນຍາ​ກົດໝາຍ​ທະ​ເລ​ປີ 1982. ສະມາຄົມ​ທະນາຍຄວາມ​ຫວຽດນາມ ຮຽກຮ້ອງ​ວົງ​ການ​ທະນາຍຄວາມ​ບັນດາ​ປະ​ເທດ​ໃນ​ໂລກ ​ມີ​ສຽງ​ເວົ້າປົກ​ປ້ອງ​ຄວາ​ມຍຸຕິ​ທຳ, ປົກ​ປ້ອງ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982.
TAG
vovworld/vov/ທະນາຍຄວາມ

More