ສະມາຄົມວິຈິດສິນຫວຽດນາມຄັດຄ້ານການກະທຳຜິດຂອງຈີນ
26/05/2014 11:58
(vovworld)- ໃນຖະແຫຼງການເມື່ອວັນທີ 26/5, ສະມາຄົມວິຈິດສິນຫວຽດນາມເດັດດຽວຄັດຄ້ານຈີນຕັ້ງຮ້ານເຈາະນ້ຳມັນໄຮຢາງ 981...

ກຳປັ່ນຄຸ້ມກັນແກຮ້ານເຈາະນ້ຳມັນຂອງຈີນ ສີດນ້ຳໃສ່ກຳປັນປະຕິບັດກົດໝາຍຂອງຫວຽດນາມ (vovworld)- ໃນຖະແຫຼງການເມື່ອວັນທີ 26/5, ສະມາຄົມວິຈິດສິນຫວຽດນາມເດັດດຽວຄັດຄ້ານຈີນຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ. ສະມາຄົມວິຈິດສິນຫວຽດນາມສະແດງຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ລັດ, ເດັດດຽວພ້ອມກັບພັກ, ທົ່ວກອງທັບ, ທົ່ວປວງຊົນສາມົກຄີເປັນຈິດໜຶ່ງໃຈດຽວປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດພ້ອມທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດແບບຍືນຍົງ. ສະມາຄົມວິຈິດສິນຫວຽດນາມ ຢືນຢັນຄວາມຫວັງຢາກຊຸກຍູ້ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອຂອງປະຊາຊົນນັກປະຕິມາກອນ 2 ປະເທດຫວຽດນາມ-ຈີນ, ພ້ອມທັງສະແດງການຄັດຄ້ານຕໍ່ການກະທຳໄປຝືນກັບສາຍພົວພັນມິດຕະພາບລະຫວ່າງ 2 ປະເທດ .
TAG
vov/vovworld/ຮ້ານເຈາະນ້ຳມັນ
Related





