ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍແຮງງານ
22/11/2011 11:08
ກອງປະຊຸມສະໄໝສາມັນເທື່ອທີ່ 2 ສະພາແຫ່ງຊາດຫວຽດນາມຊຸດທີ່ 13, ສະພາແຫ່ງຊາດໄດ້ເຮັກວຽກຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍ ແຮງງານສະບັບປັບປຸງ.

ຕອນເຊົ້າວັນທີ 22 ພິຈິກ, ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ່ 2 ສະພາແຫ່ງຊາດຫວຽດນາມຊຸດທີ່ 13, ສະພາແຫ່ງຊາດໄດ້ເຮັກວຽກຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍແຮງງານສະບັບປັບປຸງ. ໃນນັ້ນ, ບັນຫາທີ່ບັນດາ ສສຊ ສົນໃຈແມ່ນເງິນເດືອນພື້ນຖານ, ເວລາເຮັດເພີ່ມ, ອາຍຸ້ອອກພັກກິນເບຍບຳນານ, ເວລາພັກຜ່ອນຂອງແມ່ຍິງກ່ອນ ແລະ ພາຍຫຼັງເກີດລູກ ແລະ ແກ້ໄຂຄວາມຂັດແຍ່ງໃນການອອກແຮງງານລວມໝູ່. ດ້ວຍທັດສະນະທີ່ວ່າ, ເງິນເດືອນແມ່ນບັນຫາຕົ້ນຕໍ່ໃນການພົວພັນແຮງງານ, ສສຊ ຫຼາຍທ່ານໄດ້ຖືວ່າ, ນີ້ແມ່ນເຫດຜົນຂອງ 90% ຂອງບັນດາການນັດຢຸດງານທີ່ເກີດຂື້ນໃນໄລຍະທີ່ຜ່ານມາ. ບົນພື້ນຖານນັ້ນ, ສສຊ ດັ້ງງອກຕຸງ ສະເໜີວິທີການຄິດໄລເງິນເດືອນໃໝ່ວ່າ.
Related






