ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງບັນດາແຂວງ, ນະຄອນມີສັນຍານດີຂຶ້ນ
16/04/2015 06:50
(vovworld) - ວັນທີ 16/4, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ພ້ອມກັບອົງການພັດທະນາສາກົນອາເມລິກາ

ພາບປະກອບ:http://vnmedia.vn (vovworld) - ວັນທີ 16/4, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ພ້ອມກັບອົງການພັດທະນາສາກົນອາເມລິກາ (USAID) ປະກາດບົດລາຍງານປະຈຳປີກ່ຽວກັບດັດຊະນີຄວາມສາມາດແກ່ງແຍ້ງຂັ້ນແຂວງ (PCI) ປີ 2014. ປີ 2015, ດ່ານັ້ງ ສືບຕໍ່ນຳໜ້າໃນຕາຕະລາງຈັດລະດັບ PCI 2014 ດ້ວຍຈຳນວນຄະແນນ 66,87/100, ຖັດມາແມ່ນ ດົ່ງຖ໋າບ, ລ່າວກາຍ. ເປັນຄັ້ງທຳອິດໃນ 10 ປີ ທີ່ປະກາດ PCI, ສູນເສດຖະກິດໃຫຍ່ແມ່ນ ນະຄອນໂຮ່ຈິມິນ ຖືກຈັດໃນກຸ່ມ 5 ແຂວງ, ນະຄອນທີ່ມີຄຸນນະພາບການບໍລິຫານດີທີ່ສຸດໃນທົ່ວປະເທດ. ຕາຕະລາງຈັດລະດັບຂອງ PCI ປີ 2015 ກໍ່ຮັບຮອງຄວາມບືນຕົວຂຶ້ນຂອງບັນດາແຂວງ ວິ້ງຟຸກ, ລອງອານ, ຖ໋າຍງວຽນ, ກຽນຢາງ, ບັກນິງ, ຕວຽນກວາງ…ດ້ວຍຄວາມມານະພະຍາຍາມເພີ່ມທະວີການສົນທະນາລະຫວ່າງວິສາຫະກິດ ແລະ ອຳນາດການປົກຄອງ. ບົດລາຍງານ PCI ປີ 2014 ໃຫ້ເຫັນທ່າອ່ຽງປັບປຸງຄຸນນະພາບການບໍລິຫານຂອງບັນດາແຂວງ, ນະຄອນ ໄດ້ມີບັນດາການຫັນປ່ຽນຢ່າງແຂງແຮງ, ສະແດງໃຫ້ເຫັນຂະບວນການປະຕິຮູບຢ່າງກ້ວາງຂວາງໃນທົ່ວແຂວງ, ນະຄອນຕ່າງໆ. ຈຸດພົ້ນເດັ່ນຂອງ PCI 2014 ແມ່ນສັນຍານເຕີບໂຕກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ. ກ່າວຄຳເຫັນທີ່ພິທີປະກາດ, ທ່ານປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຫວູຕຽນໂລກ ໃຫ້ຮູ້ວ່າ:
TAG
vovworld/ດຳເນີນທຸລະກິດ
Related






