ສະພາແຫ່ງຊາດມຽນມາຮັບຮອງເອົາຂໍ້ສະເຫນີເພື່ອປຶກສາຫາລືປັບປຸງລັດຖະທຳມະນູນ
27/11/2014 07:49
(vovworld)- ສະພາແຫ່ງຊາດ ມຽນມາ ຫາກໍເຫັນດີຮັບຮອງເອົາຂໍ້ສະເຫນີ ຈັດຕັ້ງການປະຊຸມລະຫວ່າງບັນດາການນຳການເມືອງຊັ້ນນຳ

ປະທານາທິບໍດີ ມຽນມາ U Thein Sein ພາບ:tinmoi.com (vovworld)- ສະພາແຫ່ງຊາດ ມຽນມາ ຫາກໍເຫັນດີຮັບຮອງເອົາຂໍ້ສະເຫນີ ຈັດຕັ້ງການປະຊຸມລະຫວ່າງບັນດາການນຳການເມືອງຂັ້ນສູງ ເພື່ອປຶກສາຫາລືບັນດາບັນຫາຂອງປະເທດຊາດ, ຊື່ງລວມມີ ການປັບປຸງລັດຖະທຳມະນູນປະຈຸບັນ. ຂໍ້ສະເຫນີດັ່ງກ່າວໂດຍທ່ານ Myint Tun ສະມາຊິກສະພາແຫ່ງຊາດ ຍົກອອກມາ, ຕາມນັ້ນແລ້ວ ກອງປະຊຸມລວມມີ 6 ຝ່າຍຄື: ປະທານາທິບໍດີ U Thein Sein, ຜູ້ບັນຊາການບັນດາກຳລັງປະກອບອາວຸດ ມຽນມາ, ນາຍພົນ Min Aung Hlaing, ການນຳຝ່າຍຄ້ານ Aung San Suu Kyi, ປະທານສະພາຕ່ຳ ທ່ານ U Shwe Mann, ປະທານສະພາສູງ Khin Qung Myint ພ້ອມກັບຜູ້ຕາງຫນ້າປະຊາຄົມເຊື້ອຊາດເຜົ່າພັນ. ເຖິງຢ່າງໃດກໍຕາມ, ເວລາຈັດຕັ້ງກອງປະຊຸມບໍ່ທັນໄດ້ກຳນົດເທື່ອ.
TAG
vovworld/ລັດຖະທຳມະນູນ
Related






