ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານ(ສະບັບປັບປຸງ)
23/06/2015 08:40
(vovworld)- ທີ່ວາລະປະຊຸມໃນຕອນເຊົ້າວັນທີ 23/6 ຂອງກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13

ກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ພາບ:baomoi.com (vovworld)- ທີ່ວາລະປະຊຸມໃນຕອນເຊົ້າວັນທີ 23/6 ຂອງກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານ, ບັນດາສະມາຊິກສະພາແຫ່ງຊາດ ລ້ວນແຕ່ເຫັນດີຕໍ່ຮ່າງກົດໝາຍສະບັບນີ້, ໃນນັ້ນ ກຳນົດເປີດກວ້າງສິດອຳນາດໃຫ້ສານປະຊາຊົນແຂວງ, ນະຄອນທີ່ຂຶ້ນກັບສູນກາງ ໄດ້ພິພາກສາຂັ້ນຕົ້ນບັນດາການຮ້ອງຟ້ອງຂໍ້ຕົກລົງດ້ານບໍລິຫານ, ການກະທຳຜິດທາງດ້ານບໍລິຫານຂອງຄະນະກຳມະການປະຊາຊົນຂັ້ນເມືອງ, ປະທານຄະນະກຳມະການປະຊາຊົນຂັ້ນເມືອງ. ເພື່ອຍົກສູງປະສິດທິຜົນໃນການປະຕິບັດຄຳຕັດສິນຂອງສານກ່ຽວກັບການກະທຳຜິດທາງດ້ານບໍລິຫານ, ທ່ານ ຮີ່ງເຫງ້ຍ, ສະມາຊິກສະພາແຫ່ງຊາດ ນະຄອນ ດາຫນັງ ປະກອບຄຳເຫັນວ່າ:
TAG
vovworld/ສະໄຫມສາມັນ
Related





