VOV WorldVOV World
ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳ
19/06/2013 09:03
(vovworld)-​ ຕອນ​ເຊົ້າ​ວັນ​ທີ 19/6 ບັນດາສະມາຊິກ​ສະພາ​ແຫ່ງ​ຊາດໄດ້​ປຶກສາ​ຫາລືກ່ຽວ​ກັບ​ຮ່າງ​ກົດໝາ​ຍວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ
ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳ
ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລືກ່ຽວ​ກັບ​ຮ່າງ​ກົດໝາ​ຍວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ (vovworld)-​ໂດຍສືບ​ຕໍ່​ກອງ​ປະຊຸ​ມສະ​ໄຫມ​ສາມັນ​​ເທື່ອ​ທີ5ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 19/6 ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ( ສສຊ) ​ໄດ້​ປຶກສາ​ຫາລືກ່ຽວ​ກັບ​ຮ່າງ​ກົດໝາ​ຍວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ. ນອກຈາກ​ຄວາມ​ເຫັນ​ດີ​ທີ່​ວ່າ: ​ການ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ​ແມ່ນ​ມີ​ຄວາມຈຳ​ເປັນ​ທີ່​ສຸດ​ເພື່ອ​ພ້ອມ​ກັບ​ບັນດາ​ນິຕິ​ກຳ​ອື່ນ​​ປັບປຸງ​ການພົວພັນກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ​​ໃນປະຈຸ​ບັນ, ບັນດາ ສສຊ ຍັງ​ເຕື້ອງ​ເຖິງ​ຫລາຍ​ບັນຫາ​ຄື: ຫນູນ​ຊ່ວຍ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ຫນຸ່ມ, ຫນັງສື​ຢັ້ງຢືນ​ຄວາມ​ສາມາ​ດ້ານ​ວິຊາ​ຊີບ​ແຫ່ງ​ຊາດ, ​ເປີດ​ກວ້າງ​ເປົ້າ​ໝາຍ​ທີ່​ໄດ້​ຊົມ​ໃຊ້​ປະກັນ​​ໄພວ່າງ​ງານ, ຮູບ​ແບບ​ຈັດ​ຕັ້ງ​ການບໍລິການ​ວຽກ​​ເຮັດ​ງານ​ທຳ, ບັນດາ​ນະ​ໂຍບາຍ​ຂອງ​ລັດ​ກ່ຽວ​ກັບ​ວຽກ​​ເຮັດ​ງານທຳ.. ກ່ຽວ​ກັບ​ນະ​ໂຍບາຍ​ຫນູນ​ຊ່ວຍ​ສິນ​ເຊື່ອ​​ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ, ທ່ານ​ນາງ ຫງວຽນ​ທິຟຸກ,​ສສຊ ​ແຂວງ ບີ່​ງທ້ວນ ຍົກ​ຄຳ​ເຫັນ​ວ່າ:         “
TAG
ວຽກເຮັດງານທຳ

More