ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍພັນທະການທະຫານ (ສະບັບປັບປຸງ)
21/05/2015 06:55
(vovworld) – ຄຳເຫັນສ່ວນຫຼາຍໄດ້ຖືວ່າ, ຄວາມຮັກສາເກ່ັນອາຍຸເຂົ້າເປັນທະຫານຄືກົດໝາຍພວມປະກາດໃຊ້ ແມ່ນ 18 – 27 ປີ.

(vovworld) – ຕອນບ່າຍວັນທີ 21/05, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫລືກ່ຽວກັບຮ່າງກົດໝາຍວ່າດ້ວຍພັນທະການທະຫານ (ສະບັບປັບປຸງ). ກົດໝາຍວ່າດ້ວຍພັນທະການທະຫານ ເຊິ່ງສະພາແຫ່ງຊາດຫວຽດນາມ ຊຸດທີ 7 ຮັບຮອງເອົາ ທີ່ກອງປະຊຸມສະໄໝສາມັນເທື່ອທີ 2 ເມື່ອວັນທີ 30/12/1981 ແລະ ໄດ້ຮັບການປັບປຸງ, ເພີ່ມເຕີມໃນປີ 1990, 1994 ແລະ 2005. ແຕ່ວ່າ, ກົດໝາຍວ່າດ້ວຍພັນທະການທະຫານ ໄດ້ມີບັນດາຂໍ້ຕິດຂັດ, ຍັງບໍ່ທັນເໝາະສົມກັບສະພາບຕົວຈິງ. ຄຳເຫັນສ່ວນຫຼາຍໄດ້ຖືວ່າ, ຄວນຮັກສາເກ່ັນອາຍຸເຂົ້າເປັນທະຫານຄືກົດໝາຍພວມປະກາດໃຊ້ ແມ່ນ 18 – 27 ປີ. ມີບາງຄຳເຫັນສະເໜີ ບໍ່ກຳນົດການເຂົ້າເປັນທະຫານສຳລັບນັກສຶກສາມະຫາວິທະຍາໄລ ທີ່ພວມຮໍ່າຮຽນໃນບັນດາໂຮງຮຽນທີ່ຂຶ້ນກັບລະບົບສຶກສາຂອງລັດ.
TAG
vovworld/vov/ຮ່າງກົດໝາຍ
Related





