ສະພາແຫ່ງຊາດປຶກສາຫາລືມະຕິປັບປຸງກ່ຽວກັບການລົງຄະແນນສຽງໄວ້ວາງໃຈ
20/11/2014 08:09
ສະພາແຫ່ງຊາດປຶກສາຫາລືມະຕິປັບປຸງກ່ຽວກັບການລົງຄະແນນສຽງໄວ້ວາງໃຈ - ນີ້ແມ່ນເນື້ອໃນການເຮັດວຽກໃນຕອນບ່າຍວັນທີ 20/11 ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດ ຊຸດທີ 13

ພາບປະກອບ (vovworld) – ສະພາແຫ່ງຊາດປຶກສາຫາລືມະຕິປັບປຸງກ່ຽວກັບການລົງຄະແນນສຽງໄວ້ວາງໃຈ - ນີ້ແມ່ນເນື້ອໃນການເຮັດວຽກໃນຕອນບ່າຍວັນທີ 20/11 ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດ ຊຸດທີ 13. ຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດໄດ້ລົງມະຕິຮັບຮອງເອົາກົດໝາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງ), ກົດໝາຍວ່າດ້ວຍບັດປະກັນສັງຄົມ (ສະບັບປັບປຸງ) ດ້ວຍອັດຕາບັດເຫັນດີສູງ. ຈາກນັ້ນ, ສະພາແຫ່ງຊາດ ປຶກສາຫາລື ຢູ່ຫໍປະຊຸມກ່ຽວກັບແຜນຮ່າງປ່ຽນໃໝ່ໂຄງການ, ປື້ມຕຳລາຮຽນສຶກສາສາມັນ. ຕອນບ່າຍວັນທີ 20/11, ສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ ແລະ ຮ່າງກົດໝາຍສຳມະໂນພົນລະເມືອງ ແລະ ກໍ່ໃນຕອນບ່າຍວັນດຽວກັນ. ສະພາແຫ່ງຊາດປຶກສາຫາລືບາງເນື້ອໃນຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍມະຕິສະບັບປັບປຸງເພີ່ມເຕີມບາງຂໍ້ຂອງມະຕິສະພາແຫ່ງຊາດກ່ຽວກັບເລື່ອງລົງຄະແນນສຽງໄວ້ວາງໃຈ, ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງຫຼືໃຫ້ສັດຕະຍາບັນ
TAG
vovworld/vov/ກົດໝາຍ
Related





