VOV WorldVOV World
ສະພາແຫ່ງຊາດຊັກຖາມລັດຖະມົນຕີວ່າການກະຊວງຄົມມະນາຄົມຂົນສົ່ງ
18/11/2014 06:56
(vovworld)- ໂ​ດຍ​ສືບ​ຕໍ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13, ຕອນ​ບ່າຍ​ວັນ​ທີ 18/11....
ສະພາແຫ່ງຊາດຊັກຖາມລັດຖະມົນຕີວ່າການກະຊວງຄົມມະນາຄົມຂົນສົ່ງ
(vovworld)- ໂ​ດຍ​ສືບ​ຕໍ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13, ຕອນ​ບ່າຍ​ວັນ​ທີ 18/11 ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ ດິງ​ລາ​ທັງ ໄດ້​ຕອບ​ຄ​ຳ​ຊັກ​ຖາມ​ບັນ​ດາ​ສ.ສ.ຊ ກ່ຽວ​ກັບ​ວິ​ທີ​ການ​ແກ້​ໄຂ​ໂດຍ​ບຸກ​ທະ​ລຸ​ກ່ຽວ​ກັບ​ການກໍ່​ສ້າງ​ໂຄງ​ປະ​ກອບ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຂົນ​ສົ່ງ…..    ກ່ຽວ​ກັບ ການກໍ່​ສ້າງ​ໂຄງ​ປະ​ກອບ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ ດິງ​ລາ​ທັງ ໃຫ້​ຮູ້​ວ່າ :    “ ປະ​ຈຸ​ບັນ, ສູນ​ກາງພັກ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ​ພວມ​ຊີ້​ນຳ​ຂະ​ແໜງ​ຄົມ​ມະ​ນາ​ຄົມ​ປະ​ຕິ​ບັດ​ໜ້າ​ທີ່ພັດ​ທະ​ນາ​ໂຄງ​ປະ​ກອບ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມຢ່າງ​ກະ​ໂດດ​ ຂັ້ນດ້ວຍ​ບາງ​ກິດ​ຈະ​ກຳ​ທັນ​ສະ​ໄໝ​ເພື່ອ​ເປັນ​ກຳ​ລັງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ພວມ​ນຳ​ສະ​ເໜີຫຼາຍ​ກົນ​ໄກ​ນະ​ໂຍ​ບາຍ​ເພື່ອ​ປຸກ​ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ສັງ​ຄົມ​ເພື່ອ​ເຂົ້າ​ຮ່ວມ​ການ​ລົງ​ທຶນ​ພັດ​ທະ​ນາ​ໂຄງ​ປະ​ກອບ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ”.   ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ຂອງ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ ດິງ​ລາ​ທັງ ຖື​ວ່າ ນີ້​ແມ່ນ​ບັນ​ຫາ​ໃຫຍ່ ບໍ່​ພຽງ​ແຕ່​ຢູ່​ໃນ​ຂະ​ແໜງ​ຄົມ​ມະ​ນາ​ຄົມ​ເທົ່າ​ນັ້ນ.  ດັ່ງ​ນັ້ນ​ທາງ​ກະ​ຊວງ​ໄດ້​ຍົກ​ອອກ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ ຕ້ານ​ການ​ສໍ້​ລາດ​ບັງຫຼວງ​.       ກ່ອນໜ້ນັ້ນ, ໃນຕອນ​ເຊົ້າ​ວັນ​ທີ 18/11, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ຊັກ​ຖາມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ ຫງວຽນ​ທ໋າຍ​ບີ່ງ. ບັນ​ດາ​ຄຳ​​ຊັກ​ຖາມ​ກ່ຽວ​ຂ້ອງ​ເຖິງ​ຫົວ​ຂໍ້ ມາດ​ຕະ​ການ​ປະ​ຕິ​ບັດ​ແຜນ​ຮ່າງ​ຫລຸດ​ຜ່ອນ​ບັນ​ຈຸ​ພະ​ນັກ​ງານ, ລັດ​ຖະ​ກອນ, ແກ້​ໄຂ​ສະ​ພາບ​ມີ​ຮອງ​ຫົວ​ໜ້າ​​ບັນ​ດາ​ອົງ​ການ​ສູນ​ກາງຫຼາຍ​ໂພດ, ມາດ​ຕະ​ການ​ດຶງ​ດູດ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ເຂົ້າ​ເຮັດ​ວຽກ​ໃນ​ອົງ​ການ​ຂອງ​ລັດ.         ຕໍ່​ໜ້າ​ສະ​ພາບ​ການ​ແຕ່ງ​ຕັ້ງຕຳ​ແໜ່ງ​ຮອງ​ຫ​ົວ​ໜ້າຫຼາຍ​ໂພດນັ້ນ, ທ່ານລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ ໃຫ້​ຮູ້​ວ່າ: ເພື່ອ​​ຈຳ​ກັດ​ສະ​ພາບ​ການນີ້, ທາງກະ​ຊວງ​ຈະ​ມີ​ແຜນ​ ສັງ​ລວມ​ເພື່ອ​ເຫັນ​​ດີເປັນ​ເອ​ກະ​ພາບ​ໃນ​ທົ່ວ​ປະ​ເທດ.         ເມື່ອ​ເຕື້ອງ​ເຖິງ​ຄຸນ​ນະ​ພາບ​ລັດ​ຖະ​ກອ​ນ, ດຶງ​ດູດ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ທ່ານ ຫງວຽນ​ທ໋າຍ​ບີ່ງ ໃຫ້​ຮູ້​ວ່າ:        
TAG
vovworld/vov/ຄັດເລືອກ/ນັກສືກສາ