ສະພາສິດທິມະນຸດ ສ.ປ.ຊ ຮັບຮອງ UPR ຂອງຫວຽດນາມ
21/06/2014 11:34
(vovworld)- ວັນທີ 20/6 ຢູ່ເຊີແນວປະເທດສະວິດ, ສະພາສິດທິມະນຸດ ສ.ປ.ຊ ໄດ້ໂຮມກອງປະຊຸມຄົບຄະນະ ...

(ພາບປະກອບ) (vovworld)- ວັນທີ 20/6 ຢູ່ເຊີແນວປະເທດສະວິດ, ສະພາສິດທິມະນຸດ ສ.ປ.ຊ ໄດ້ໂຮມກອງປະຊຸມຄົບຄະນະ ໂດຍໄດ້ເຫັນດີເປັນເອກະສັນຢ່າງສູງ ຮັບຮອງເອົາບົດລາຍງານປະຈຳໄລຍະກ່ຽວກັບການກວດກາສະພາບການຮັບປະກັນສິດທິມະນຸດຢູ່ຫວຽດນາມໄລຍະທີ 2 ໃນຂອບເຂດກົນໄກກວດກາປະຈຳໄລຍະ (UPR). ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຈຸງແທ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳເຊີແນວໄດ້ປະກາດກັບສະພາສິດທິມະນຸດກ່ຽວກັບ ບັນຊີລາຍຊື່ຂໍ້ສະເໜີແນະ 182 ຂໍ້ທີ່ຫວຽດນາມໄດ້ຍອມຮັບໃນຍອດຈຳນວນ 227 ຂໍ້ທີ່ບັນດາປະເທດ ແລະ ອົງການຈັດຕັ້ງສາກົນໄດ້ຍົກອອກມາໃນການກວດກາສະພາບການຮັບປະກັນສິດທິມະນຸດຄັ້ງທີ 2 ສຳລັບຫວຽດນາມ. ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຈຸງແທ່ງ ຍັງປະກາດວ່າ ຫວຽດນາມຈະຜັນຂະຫຍາຍ ປະຕິບັດ ຂໍ້ສະເໜີແນະ 182 ຂໍ້ ກໍຄືບັນດາຄຳໝັ້ນສັນຍາສາກົນອື່ນໆຢ່າງເຂັ້ມງວດ.
TAG
vov/vovworld/ສິດທິມະນຸດ
Related





