ສະຖານທີ່ທ່ອງທ່ຽວ4ແຫ່ງຂອງຫວຽດນາມໄດ້ຮັບລາງວັນ“ສະຖານທີ່ທ່ອງທ່ຽວອັນດັບຫນຶ່ງຢູ່ອາຊີ”
19/06/2013 09:01
(vovworld)- ໃນປີ 2013, ຫວຽດນາມ ມີສະຖານທີ່ທ່ອງທ່ຽວ 4 ແຫ່ງນັ້ນແມ່ນ: ຮ່າໂນ້ຍ, ນະຄອນໂຮ່ຈິມິນ, ໂຮ້ຍອານ ແລະ ຮ້າລອງ ໄດ້ຮັບລາງວັນ “ສະຖານທີ່ທ່ອງທ່ຽວອັນດັບຫນຶ່ງຢູ່ ອາຊີ”

ຄຸ້ມເມືອງເກົ່າໂຮ້ຍອານ ພາບ:thethaovietnam.vn (vovworld)- ໃນປີ 2013, ຫວຽດນາມ ມີສະຖານທີ່ທ່ອງທ່ຽວ 4 ແຫ່ງນັ້ນແມ່ນ: ຮ່າໂນ້ຍ, ນະຄອນໂຮ່ຈິມິນ, ໂຮ້ຍອານ ແລະ ຮ້າລອງ ໄດ້ຮັບລາງວັນ “ສະຖານທີ່ທ່ອງທ່ຽວອັນດັບຫນຶ່ງຢູ່ ອາຊີ” (Top Destination in Asia) ຂອງຫນ້າເວັບ TripAdvisor ຊື່ງແມ່ນຫນ້າເວັບທ່ອງທ່ຽວໃຫຍ່ກວ່າໝູ່ ຂອງໂລກ. ບັນດາສະຖານທີ່ທ່ອງທ່ຽວດັ່ງກ່າວຖືກຈັດອັນດັບທີ 14, 15,17 ແລະ 25 ຕາມລຳດັບໃນຈຳນວນສະຖານທີ່ 25 ແຫ່ງຢູ່ອາຊີໄດ້ຮັບລາງວັນດັ່ງກ່າວໃນປີ 2013. ທ່ານນາງ Robin Ingle, ຮອງປະທານຂອງ TripAdvisor ໃຫ້ຮູ້ວ່າ: ປະຈຸບັນ ການທ່ອງທ່ຽວຫວຽດນາມພວມດຶງດູດນັກທ່ອງທ່ຽວໃນໂລກເປັນຈຳນວນຫລວງຫລາຍ ແລະ ເລື່ອງຫວຽດນາມມີສະຖານທີ່ທ່ອງທ່ຽວເຖິງ 4 ແຫ່ງໄດ້ຮັບລາງວັນດັ່ງກ່າວແມ່ນສິ່ງທີ່ສ້າງຄວາມປະທັບໃຈຢ່າງແທ້ຈິງ.
TAG
ອັນດັບ
Related





