VOV WorldVOV World
ສັບປະດາຟີມຮູບເງົາເປຣູເປັນຄັ້ງທຳອິດຢູ່ຫວຽດນາມ
06/12/2014 09:59
vovworld)-​ ຕອນ​ຄ່ຳ​ວັນ​ທີ 5/12, ສັບ​ປະ​ດາ ຟີມ​ຮູບ​ເງົາ ເປຣູ ຖືກ​ໄຂ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ
ສັບປະດາຟີມຮູບເງົາເປຣູເປັນຄັ້ງທຳອິດຢູ່ຫວຽດນາມ
ສັບ​ປະ​ດາ​ອາ​ຫານ​ການ​ກິນ ເປ​ຣູ ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ  ແລະ ນະ​ຄອນ ໂຮ່​ຈິ​ມີນ ແຕ່​ວັນ​ທີ 24-28/11 ພາບ:baomoi.com (vovworld)-​ ຕອນ​ຄ່ຳ​ວັນ​ທີ 5/12, ສັບ​ປະ​ດາ ຟີມ​ຮູບ​ເງົາ ເປຣູ ຖືກ​ໄຂ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ ໂດຍ​ສະ​ຖານ​ທູດ ເປ​ຣູ ປະ​ຈຳ ຫວຽດ​ນາມ ຈັດ​ຕັ້ງ​ຂຶ້ນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ເປ​ຣູ (1994-2014). ເຫດ​ການນີ້​ແມ່ນ​ຕໍ່​ຈາກ “ສັບ​ປະ​ດາ​ອາ​ຫານ​ການ​ກິນ ເປ​ຣູ” ຊື່ງ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ແລະ ນະ​ຄອນ ໂຮ່​ຈິ​ມີນ ແຕ່​ວັນ​ທີ 24-28/11 ຜ່ານ​ມາ. ສັບ​ປະ​ດາ​ຟິມ​ຮູບ​ເງົາ ເປ​ຣູ ດຳ​ເນີນ​ໄປ​ແຕ່​ວັນ​ທີ 5-7/12  ແລະ ມີ​ຮູບ​ເງົາ 5 ເລື່ອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ມີ​ຫົວ​ເລື່ອງ​ແຕກ​ຕ່າງ​ກັນ ຈະ​ແນະ​ນຳ​ໃຫ້​ຜູ້​ຊົມ​ ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ ກໍ​ຄື​ຊີ​ວິດ​ທັນ​ສະ​ໄຫມ​ຂອງ​ປະ​ເທດ ເປ​ຣູ.         ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ເນື່ອງ​ໃນ​ໂອ​ກາດນີ້, ທ່ານ Luis Tsuboyama, ອຸ​ປະ​ທູດ​ຊົ່ວ​ຄາວ​ສະ​ຖານ​ທູດ ເປ​ຣູ ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ເປ​ຣູ ຕີ​ລາ​ຄາ​ວ່າ ຫວຽດ​ນາມ ແມ່ນ​ປະ​ເທດ​ທີ່​ສຳ​ຄັນ​ໃນ​ພາກ​ພື້ນ ແລະ ຢາກ​ຮັດ​ແຫນ້ນ​ການ​ພົວ​ພັນ​ການ​ລົງ​ທຶນ, ການ​ຄ້າສອງ​ຝ່າຍ​.        
TAG
vovworld/ສັບ​ປະ​ດາ ຟີມ​ຮູບ​ເງົາ

More