ສເກົາຫລີ,ອາເມລິກາແລະຍີ່ປຸ່ນທາບທາມຄຳເຫັນກ່ຽວກັບບັນຫານິວເຄຼຍຂອງສປປເກົາຫລີ
02/11/2013 08:18
vovworld)- ບັນດາຫົວຫນ້າຄະນະເຈລະຈານິວເຄຼຍຂອງສເກົາຫລີ, ອາເມລິກາ ແລະ ຍີຸ່ນ ຈະປະຊຸມຢູ່ ວໍຊິງຕັນ

ພາບປະກອບ:internet (vovworld)- ບັນດາຫົວຫນ້າຄະນະເຈລະຈານິວເຄຼຍຂອງສເກົາຫລີ, ອາເມລິກາ ແລະ ຍີຸ່ນ ຈະປະຊຸມຢູ່ ວໍຊິງຕັນ ສະຫະລັດອາເມລິກາ ໃນວັນທີ 6/11 ຈະມາເຖິງ ເພື່ອປຶກສາຫາລືບັນດາບັນຫາກ່ຽວຂ້ອງເຖິງຂໍ້ສະເຫນີຂອງຈີນ ແລະ ສປປ ເກົາຫລີ ກ່ຽວກັບການເຊື່ອມຕໍ່ການເຈລະຈາ 6 ຝ່າຍກ່ຽວກັບໂຄງການນິວເຄຼຍຂອງ ສປປ ເກົາຫລີ. ທີ່ການພົບປະ, ບັນດາຝ່າຍຈະແລກປ່ຽນທັດສະນະກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງ ສປປ ເກົາຫລີ. ປະຈຸບັນ ຈີນ ພວມເພີ່ມທະວີຄວາມມານະພະຍາຍາມເພື່ອເຊື່ອມຕໍ່ບັນດາການເຈລະຈາ 6 ຝ່າຍ ກ່ຽວກັບໂຄງການນິວເຄຼຍຂອງພຽງຢາງ. ສປປ ເກົາຫລີ ກໍຮຽກຮ້ອງເຊື່ອມຕໍ່ການເຈລະຈາໂດຍບໍ່ມີເງື່ອນໄຂ, ຂະນະທີ່ ອາເມລິກາ ເລັ່ງລັດ ພຽງຢາງ ຕ້ອງມີການເຂັ້ມງວດໃນແຜນນະໂຍບາຍປອດອາວຸດນິວເຄຼຍຢູ່ແຫລມເກົາຫລີ.
TAG
vovworld/vov/ເຈລະຈາ 6 ຝ່າຍກ່ຽວກັບໂຄງການນິວເຄຼຍ
Related





