ສັນຕະປະປາ ສະແດງຄວາມສາມັກຄີກັບປະຊາຊົນ ລີບັງ
13/04/2026 09:06
[VOVWORLD] - ຫຼັກການມະນຸດສະທຳໃນມະໂນທຳຂອງແຕ່ລະຄົນ, ຜູ້ທີ່ໄດ້ຮັບຮູ້ຈາກກົດໝາຍສາກົນ, ຕ້ອງໄດ້ຮັບຄວາມເຄົາລົບເພື່ອປົກປ້ອງສາມັນຊົນໃຫ້ພົ້ນອອກຈາກບັນດາຜົນຮ້າຍທີ່ຮ້າຍກາດຂອງສົງຄາມ.
13.4--FM sang--7-Giao hoang_1.JPG ສັນຕະປະປາ Leo XIV (ພາບ: REUTERS/Remo Casilli) ວັນທີ 12 ເມສາ, ສັນຕະປະປາ Leo XIV ສະແດງຄວາມເຫັນອົກເຫັນໃຈຕໍ່ກັບປະຊາຊົນ ລີບັງ, ໃຫ້ຮູ້ວ່າ ຕ້ອງມີພັນທະຄຸນສົມບັດເພື່ອປົກປ້ອງເຂົາເຈົ້າ, ພ້ອມກັນນັ້ນ ຮຽກຮ້ອງບັນດາຝ່າຍເຂົ້າຮ່ວມການປະກັນຊອກຫາສັນຕິພາບ. ຄຳກ່າວປາໄສຂອງຂອງ ສັນຕະປະປາ Leo XIV ໄດ້ຍົກອອກມາໃນສະພາບທີ່ບັນດາການບຸກໂຈມຕີຂອງ ອິດສະຣາແອັນ ແນໃສ່ ລີບັງ ເພີ່ມຂຶ້ນໃນຊຸມມື້ມໍ່ໆມານີ້, ພິເສດແມ່ນພາຍຫຼັງການບຸກໂຈມຕີເກີດຂຶ້ນພາຍຫຼັງທີ່ ອາເມລິກາ ແລະ ອີຣານ ບັນລຸຄຳສັ່ງຢຸດຍິງ, ເຮັດໃຫ້ມີ 300 ຄົນເສຍຊີວິດ. ສັນຕະປະປາ Leo XIV ໃຫ້ຮູ້ວ່າ ຫຼັກການມະນຸດສະທຳໃນມະໂນທຳຂອງແຕ່ລະຄົນ, ຜູ້ທີ່ໄດ້ຮັບຮູ້ຈາກກົດໝາຍສາກົນ, ຕ້ອງໄດ້ຮັບຄວາມເຄົາລົບເພື່ອປົກປ້ອງສາມັນຊົນໃຫ້ພົ້ນອອກຈາກບັນດາຜົນຮ້າຍທີ່ຮ້າຍກາດຂອງສົງຄາມ.
TAG
VOV/VOVWORLD/ຫຼັກການ/ມະນຸດສະທຳ/ມະໂນທຳ
Related





