ສປຊແລະອາຊຽນມີຄຳໝັ້ນສັນຍາສືບຕໍ່ເພີ່ມທະວີການຮ່ວມມື
01/07/2015 10:50
(vovworld)- ທີ່ການປະຊຸມຂ່າວລະຫວ່າງ ທ່ານ Miroslav Jenca, ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ ກ່ຽວກັບບັນດາບັນຫາການເມືອງ

ທ່ານ Miroslav Jenča ແລະ ທ່ານ ເລເລືອງມີງ ພາບ:baomoi.com (vovworld)- ທີ່ການປະຊຸມຂ່າວລະຫວ່າງ ທ່ານ Miroslav Jenca, ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ ກ່ຽວກັບບັນດາບັນຫາການເມືອງ ແລະ ທ່ານ ເລເລືອງມີງ, ເລຂາທິການໃຫຍ່ ອາຊຽນ ດຳເນີນໄປໃນທ້າຍອາທິດຜ່ານມາ, ສອງຝ່າຍ ຢືນຢັນ ສປຊ ແລະ ອາຊຽນ ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ການພົວພັນໃນຂອບເຂດ “ຖະແຫລງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານ”. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານເລຂາທິການໃຫຍ່ ອາຊຽນ ແລະ ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ ເຫັນດີພິຈາລະນາສ້າງແຜນການຍາວນານໃຫ້ການພົວພັນຮ່ວມມື ອາຊຽນ - ສປຊ ໃນນັ້ນ ມີການສ້າງຕັ້ງປະຊາຄົມ ອາຊຽນ ໃນທ້າຍປີນີ້ ແລະ ບັນດາເປົ້າໝາຍສະຫັດສະວັດຂອງ ສປຊ.
TAG
vovworld/ຮ່ວມມືຮອບດ້ານ
Related






