ຊູແອດຕີລາຄາສູງການພົວພັນກັບຫວຽດນາມ
11/12/2013 09:05
(vovworld)- ໃນວັນທີ 9-10/12, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ

ຄະນະຜູ້ແທນ ສະພາແຫ່ງຊາດຫວຽດນາມ ຖ່າຍຮູບກັບປະທານ ສະພາແຫ່ງຊາດ ຊູແອດPer Westerberg ພາບ:internet (vovworld)- ໃນວັນທີ 9-10/12, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ເປັນຫົວຫນ້າຄະນະ ໄດ້ ຢ້ຽມຢາມແລະເຮັດວຽກຢູ່ ຊູແອດ ເພື່ອເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ, ແລກປ່ຽນບົດຮຽນລະຫວ່າງສອງສະພາແຫ່ງຊາດ. ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຢ້ຽມຂຳ່ນັບ ແລະ ແລກປ່ຽນຄຳເຫັນກັບປະທານສະພາແຫ່ງຊາດ ຊູແອດ Per Westerberg, ເຈລະຈາກັບທ່ານ Beatrice Ask ລັດຖະມົນຕີກະຊວງຍຸຕິທຳ, ປະທານສະພານະຄອນ Stockholm ແລະການນຳບັນດາກຳມາທິການ, ກະຊວງ, ຂະແຫນງການ ຂອງຊູແອດ. ທີ່ການຕ້ອນຮັບຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ, ທ່ານປະທານສະພາແຫ່ງຊາດ ຊູແອດ Per Westerberg ຖືວ່າ: ມີພຽງແຕ່ຊາວຫວຽດນາມ ຈຶ່ງຕັດສິນຊີ້ຂາດລະບອບການເມືອງ ແລະ ການພັດທະນາຂອງຫວຽດນາມ ແລະ ເນ້ັນຫນັກວ່າ: ສອງປະເທດຄວນສືບຕໍ່ເປີດກວ້າງການພົວພັນແລກປ່ຽນ, ການຮ່ວມມືເສດຖະກິດ ແລະ ການທ່ອງທ່ຽວ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນເພື່ອສັນຕິພາບ, ມິດຕະພາບ ແລະ ວັດທະນາຖາວອນຂອງແຕ່ລະປະເທດ. ສ່ວນທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ ຢືນຢັນວ່າ: ຫວຽດນາມ ສ້າງລັດແຫ່ງອຳນາດນິຕິບັນຍັດ ແລະ ພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ, ເຄົາລົບ ຮັບປະກັນສິດທິມະນຸດ, ສິດພົນລະເມືອງ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ປະກາດວ່າ: ສະພາແຫ່ງຊາດຫວຽດນາມ ຈະເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກ IPU 132 ໃນເດືອນ 3/2015, ສົ່ງຄຳເຊື້ອເຊີນຂອງທ່ານ ປະທານສະພາແຫ່ງຊາດຫງວຽນຊີງຮຸ່ງ ທ່ີເຊີນທ່ານປະທານສະພາແຫ່ງຊາດ ຊູແອດ ມາຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມ IPU 132.
TAG
vovworld/vov/ຮ່ວມມືສອງຝ່າຍ
Related






