ສືບຕໍ່ເພີ່ມຜົນສັກສິດ, ປະສິດທິຜົນຂອງ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ
09/07/2014 11:13
ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ແມ່ນວຽກງານເປັນປະຈຳ, ສຳຄັນທີ່ສຸດ, ແຕ່ກໍ່ຫຍຸ້ງຍາກ, ສັບສົນ
ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ດຳເນີນວາລະປະຊຸມທີ 5 (vovworld) - ວັນທີ 9/7 ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ຈັດວາລະປະຊຸມທີ 5. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ, ຫົວໜ້າຄະນະຊີ້ນຳ, ເປັນເຈົ້າພາບ ແລະ ສະຫຼຸບວາລະປະຊຸມ. ໃນນັ້ນເນັ້ນໜັກບົດບາດໂດຍກົງ, ສຳຄັນ ແລະ ຕັດສິນຂອງຄະນະຊີ້ນຳສູນກາງໃນການເພີ່ມຜົນສັກສິດ, ປະສິດທິຜົນຂອງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ, ໂດຍເສີມຂະຫຍາຍບັນດາໝາກຜົນຂອງປີ 2013, ໃນ 6 ເດືອນຕົ້ນປີ 2014, ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງບັນລຸໄດ້ໝາກຜົນພົ້ນເດັ່ນພໍສົມຄວນ. ເມື່ອເຕື້ອງເຖິງໜ້າທີ່ 6 ເດືອນທ້າຍປີ 2014. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ, ຄວນສືບຕໍ່ກຳນົດ ແລະ ຊາບຊືມກ່ຽວກັບວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງໃນໄລຍະຈະມາເຖິງແມ່ນຍັງຄົງລຳບາກ, ສັບສົນ ແລະ ຫຍຸ້ງຍາກທີ່ສຸດ, ຍັງຄົງມີວຽກງານຫຼາຍຢ່າງທີ່ຈຳເປັນຕ້ອງເຮັດ.
TAG
VOV/vovworld
ເລຂາທິການໃຫຍ່
Related





