ສືບຕໍ່ຍູ້ແຮງວຽກງານເບິ່ງແຍງດູແລແລະເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງ
20/03/2015 10:43
(vovworld)-ວັນທີ 20/3 ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບຜູ້ອາຍຸສູງຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ພາບ:chinhphu.vn (vovworld)-ວັນທີ 20/3 ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບຜູ້ອາຍຸສູງຫວຽດນາມ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍແຜນການເຄື່ອນໄຫວປີ 2015. ເມື່ອສະຫລຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ຍ້ອງຍໍສັນລະເສີນ, ຕີລາຄາສູງບັນດາໝາກຜົນການເຄື່ອນໄຫວຂອງຄະນະກຳມະການແຫ່ງຊາດກ່ຽກວັບຜູ້ອາຍຸສູງ ແລະທຸກຂັ້ນ, ຂະແຫນງການຕ່າງໆໃນວຽກງານເບິ່ງແຍງດູແລຜູ້ອາຍຸສູງໃນໄລຍະຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີບັນດາສະມາຊິກໃນຄະນະກຳມະການແຫ່ງຊາດ, ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ຄວນສືບຕໍ່ຜັນຂະຫຍາຍກົດໝາຍວ່າດ້ວຍຜູ້ອາຍຸສູງ, ຮັບປະກັນນະໂຍບາຍຫນູນຊ່ວຍຜູ້ອາຍຸສູງ, ຍູ້ແຮງວຽກງານເບິ່ງແຍງດູແລ ແລະ ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງ.
TAG
vovworld/ຜູ້ອາຍຸສູງ
Related





