ສື່ມວນຊົນຝະລັ່ງຕີລາຄາຕັ້ງຫນ້າການຢ້ຽມຢາມກູບາຂອງປະທານາທິບໍດີຝລັ່ງF.Hollande
12/05/2015 09:06
(vovworld)- ພາຍຫລັງປະທານາທິບໍດີ ຝລັ່ງ Francois Hollande ເດີນທາງໄປຢ້ຽມຢາມ ລາຮາວານ ເລີ່ມຕົ້ນການຢ້ຽມຢາມ ກູບາ

ປະທານາທິບໍດີ Francois Hollande ພາບ:vov (vovworld)- ພາຍຫລັງປະທານາທິບໍດີ ຝລັ່ງ Francois Hollande ເດີນທາງໄປຢ້ຽມຢາມ ລາຮາວານ ເລີ່ມຕົ້ນການຢ້ຽມຢາມ ກູບາ, ສື່ມວນຊົນ ຝລັ່ງ ລ້ວນແຕ່ໃຫ້ຂ່າວໃນຫນ້າທຳອິດ ແລະ ມີບົດຂຽນຫລາຍບົດຕີລາຄາຢ່າງຕັ້ງຫນ້າກ່ຽວກັບເຫດການນີ້. ຫນັງສືພິມລາຍວັນ “Le Monde” ສະບັບອອກວັນທີ 11/5 ດ້ວຍຫົວຂໍ້ “ການຢ້ຽມຢາມ ກູບາ ຂອງທ່ານປະທານາທິບໍດີ Francois Hollande ກາຍເປັນເຈົ້າຊີວິດຂອງພື້ນຖານເສດຖະກິດ ແລະ ໃຫ້ຮູ້ວ່າ: ໃນການຢ້ຽມຢາມຂອງທ່ານ Hollande ຈະນຳມາໃຫ້ປະເທດ ຝລັ່ງ ບັນດາສັນຍາສົ່ງອອກ ດ້ວຍມູນຄ່າໃຫຍ່. ໃນຂະນະນັ້ນ ຫນັງສືພິມລາຍວັນ “L’Huminite;” ເນັ້ນຫນັກວ່າ: ປະທານາທິບໍດີ Hollande ແມ່ນປະມຸກລັດຝ່າຍຕາເວັນຕົກທຳອິດ ໄປຢ້ຽມຢາມກູບາ ຢ່າງເປັນທາງການ.
TAG
vovworld/ສື່ມວນຊົນ
Related





