ສື່ມວນຊົນຍາມໃດກໍ່ຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ
20/06/2014 07:13
ບັນດາຜູ້ເຮັດວຽກງານສື່ມວນຊົນໃນທົ່ວປະເທດໄດ້ສະເຫຼີມສະຫຼອງ 89 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925 – 21/6/2014)
ພາບປະກອບ (vovworld) – ວັນທີ 20/6, ບັນດາຜູ້ເຮັດວຽກງານສື່ມວນຊົນໃນທົ່ວປະເທດໄດ້ສະເຫຼີມສະຫຼອງ 89 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925 – 21/6/2014). ກ່ອນນີ້ 89 ປີເຕັມ, ໜັງສືພິມ “ແທງນຽນ” (ແປວ່າຊາວໜຸ່ມ) ໂດຍຜູ້ນຳ ຫງວຽນອ໋າຍກວກ ກໍ່ຕັ້ງ, ໄດ້ເປີດປະເພດສື່ມວນຊົນໃໝ່: ນັ້ນແມ່ນສື່ມວນຊົນປະຕິວັດ ຫວຽດນາມ. ນັບແຕ່ນັ້ນ, ວັນທີ 21/6 ແຕ່ລະປີເປັນວັນສື່ມວນຊົນປະຕິວັດ ຫວຽດນາມ, ເພື່ອແນໃສ່ຍົກສູງບົດບາດ ແລະ ຄວາມຮັບຜິດຊອບສັງຄົມຂອງສື່ມວນຊົນ, ຮັດແໜ້ນການພົວພັນລະຫວ່າງສື່ມວນຊົນກັບມະຫາຊົນ, ເພີ່ມທະວີການນຳພາຂອງພັກກອມມູນິດ ຫວຽດນາມ ທີ່ມີຕໍ່ສື່ມວນຊົນ. ຕອນບ່າຍວັນທີ 19/6, ທີ່ການພົບປະກັບບັນດາອົງການສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງ 89 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ສົ່ງຄຳຂອບອົກຂອບໃຈຂອງນາຍົກລັດຖະມົນຕີ ມາຍັງບັນດາອົງການສື່ມວນຊົນ ແລະ ບັນດາຜູ້ເຮັດວຽກງານສື່ມວນຊົນໄດ້ຮຽງບ່າຮຽງໄຫຼ່ໃນການເຄື່ອນໄຫວພ້ອມກັບລັດຖະບານ.
TAG
vovworld/vov/ສື່ມວນຊົນ
Related





